Smoke billows over the village of Aaichiyeh after Israeli strikes, as seen from Marjayoun in southern Lebanon, October 20, 2025. Photo: REUTERS/Karamallah Daher

ຕອນຄ່ຳວັນທີ 20 ຕຸລາ, ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ປະກາດວ່າ: ເຮືອບິນບໍ່ມີຄົນຂັບຂອງກອງທັບປະເທດນີ້ ໄດ້ເຂັ່ນຂ້າຊາວ ປາແລັດສະຕິນ ຈຳນວນໜຶ່ງ ທີ່ຖືກກ່າວຫາວ່າແມ່ນຜູ້ກໍ່ການຮ້າຍຢູ່ເມືອງ Shejaiya ຂຶ້ນກັບເຂດຕາເວັນອອກນະຄອນ ກາຊາ, ທາງທິດເໜືອເຂດ ກາຊາ. ໃນວັນດຽວກັນ, IDF ກໍ່ປະກາດວ່າ ກອງທັບ ອິດສະຣາແອັນ ໄດ້ບຸກໂຈມຕີ ແລະ ເຂັ່ນຂ້າພາກສ່ວນກໍ່ການຮ້າຍຈຳນວນໜຶ່ງຢູ່ນະຄອນ Khan Younis, ທາງທິດໃຕ້ເຂດ ກາຊາ. ໄລ່ລວມໃນ 2 ວັນຜ່ານມາ, ການບຸກໂຈມຕີຄັ້ງຕ່າງໆຂອງກອງທັບ ອິດສະຣາແອັນ ຢູ່ເຂດ ກາຊາ ໄດ້ເຮັດໃຫ້ຢ່າງໜ້ອຍສຸດມີ 50 ຄົນເສຍຊີວິດ.

ໃນວັນດຽວກັນ, ກອງທັບ ອິດສະຣາແອັນ ກໍ່ໄດ້ບຸກໂຈມຕີເຂົ້າປະເທດບ້ານໃກ້ເຮືອນຄຽງ ລີບັງ ດ້ວຍເປົ້າໝາຍເລັ່ງໃສ່ໂຄງປະກອບການທະຫານຂອງຂະບວນການ Hezbollah ຢູ່ເຂດ Nabatieh, ທາງທິດໃຕ້ ລີບັງ. ແຈ້ງການຂອງ IDF ຊີ້ແຈ້ງວ່າ: Hezbollah ພວມສືບຕໍ່ບັນດາຄວາມມານະພະຍາຍາມສ້າງພື້ນຖານໂຄງລ່າງການທະຫານຄືນໃໝ່ໃນທົ່ວປະເທດ ລີບັງ ເຊິ່ງໄດ້ລະເມີດຄຳສັ່ງຢຸດຍິງລະຫວ່າງ ອິດສະຣາແອັນ ແລະ ລີບັງ ທີ່ມີຜົນບັງຄັບໃຊ້ນັບແຕ່ເດືອນພະຈິກ ປີ 2024 ຢ່າງຮ້າຍແຮງ.