ນະຄອນຫຼວງ Damascus, ຊີຣີ ພາຍຫຼັງການບຸກໂຈມຕີ ໃນວັນທີ 3/5 (ພາບ: THX/TTXVN) |
ໂດຍບໍ່ຫົວຊາຕໍ່ກະແສຄັດຄ້ານຢ່າງຮຸນແຮງຈາກຫາງສຽງ, ຕອນຄ່ຳວັນທີ 2 ພຶດສະພາ, ກອງທັບອາກາດ ອິດສະຣາແອັນ ສືບຕໍ່ບຸກໂຈມຕີເຂົ້າດິນແດນ ຊີຣີ. ບັ້ນບຸກໂຈມຕີຂອງກອງທັບອາກາດ ອິດສະຣາແອັນ ເລັ່ງໃສ່ເຂດຊຸມຊົນຢູ່ແຂວງ Hama, ພາກກາງ ຊີຣີ. ເຖິງຢ່າງໃດກໍຕາມ, ຈຳນວນຜູ້ຖືກບາດເຈັບເສຍຊີວິດ, ຜົນເສຍຫາຍ ກໍຄືບັນດາຂໍ້ມູນລະອຽດອື່ນທີ່ກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດດັ່ງກ່າວ ຍັງບໍ່ທັນໄດ້ຮັບການປະກາດເທື່ອ.
ບໍ່ພຽງແຕ່ເທົ່ານັ້ນ, ສື່ມວນຊົນ ອິດສະຣາແອັນ ຍັງເຜີຍແຜ່ຂ່າວ ເລື່ອງກອງທັບປະເທດນີ້ໄດ້ຂຶ້ນບັນຊີລາຍຊື່ບັນດາເປົ້າໝາຍບຸກໂຈມຕີຢູ່ ຊີຣີ ໃນໄລຍະຈະມາເຖິງ. ການກະທຳດັ່ງກ່າວໄດ້ດຳເນີນໃນສະພາບການບັນດາປະເທດໃນພາກພື້ນ ແລະ ໃນໂລກພ້ອມກັນກ່າວປະນາມເລື່ອງກອງທັບອາກາດ ອິດສະຣາແອັນ ບຸກໂຈມຕີເຂົ້າບໍລິເວນໃກ້ທຳນຽບປະທານາທິບໍດີ ຢູ່ນະຄອນຫຼວງ Damascus ຂອງ ຊີຣີ ໃນຄ່ຳຄືນວັນທີ 1 ພຶດສະພາ. ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ກ່າວປະນາມການບຸກໂຈມຕີທາງອາກາດດັ່ງກ່າວຢ່າງແຮງ, ຖືນັ້ນແມ່ນການກະທຳລ່ວງລ້ຳອະທິປະໄຕ ຊີຣີ.
ບ໊າທີ, ນັກຂ່າວ VOV ປະຈຳ ອີຢິບ

