ພາບປະກອບ: Reuters

ວັນທີ 26 ພຶດສະພາ, ໂດຍບໍ່ຫົວຊາຕໍ່ກຳລັງດັນຈາກສາກົນ, ກອງທັບ ອິດສະຣາແອນ ສືບຕໍ່ດຳເນີນການບຸກໂຈມຕີຫລາຍຄັ້ງເຂົ້າເຂດ ກາຊາ ຊື່ງເຮັດໃຫ້ ຊາວປາແລດສະຕິນປະມານ 250 ເສຍຊີວິດ ແລະ ຮັບບາດເຈັບ. ເປັນຫນ້າສົນໃຈ ການບຸກໂຈມຕີໃສ່ໂຮງຮຽນແຫ່ງຫນຶ່ງທີ່ມີຊາວລີ້ໄພນັບຮ້ອຍໆຄົນອາໄສ ຢູ່ ນະຄອນ ກາຊາ ໄດ້ເຮັດໃຫ້ຢ່າງຫນ້ອຍສຸດ 33 ຄົນເສຍຊີວິດ, ໃນນັ້ນ ມີເດັກນ້ອຍຫລາຍຄົນ.

ໃນຂະນະນັ້ນ ຢູ່ ເຂດທາງທິດໃຕ້ເຂດ ກາຊາ, ກອງທັບ ອິດສະຣາແອນ ກໍ່ພວມຍູ້ແຮງການບຸກໂຈມຕີເຂົ້ານະຄອນ Khan Younis ແຕ່ຍັງບໍ່ທັນຮູ້ຂໍ້ມູນກ່ຽວກັບຈຳນວນຜູ້ເສຍຊີວິດ ແລະ ບາດເຈັບເທື່ອ.

ກ່ຽວຂ້ອງເຖິງການເຄື່ອນໄຫວຊ່ວຍບັນເທົາທຸກ, ຕອນຄ່ຳວັນທີ 26 ພຶດສະພາ ກະຊວງປ້ອງກັນປະເທດ ອິດສະຣາແອນ ໃຫ້ຮູ້ວ່າ ໃນວັນທີ 26 ພຶດສະພາ ໄດ້ມີ ລົດຂົນສົ່ງເຄື່ອງບັນເທົາທຸກ 170 ຄັນພວມແລ່ນເຂົ້າເຂດ ກາຊາ. ນີ້ແມ່ນມື້ມີຈຳນວນລົດຂົນສົ່ງເຄື່ອງບັນເທົາທຸກຫລາຍສຸດເຂົ້າເຂດ ກາຊາ ນັບແຕ່ເມື່ອ ອິດສະຣາແອນ ເລີ່ມຜ່ອນຜັນການປີດລ້ອມຕໍ່ກັບເຄື່ອງບັນເທົາທຸກເຂົ້າເຂດ ກາຊາ ໃນວັນທີ 19 ພຶດສະພາ. ເຖິງຢ່າງໃດກໍຕາມ ຕາມການຕີລາຄາຂອງບັນດາອົງການຫນູນຊ່ວຍສາກົນແລ້ວ, ຈຳນວນເຄື່ອງບັນເທົາທຸກນີ້ ຍັງແມ່ນຕ່ຳຫລາຍເມື່ອທຽບໃສ່ກັບຄວາມຕ້ອງການທີ່ຈຳເປັນຢ່າງຮີບດ່ວນໃນປະຈຸບັນແມ່ນ 500 -600 ຖ້ຽວລົດ/ວັນ.