(ພາບປະກອບ: REUTERS/Amir Cohen)

ວັນທີ 01 ກັນຍາ, ກອງທັບ ອິດສະຣາແອັນ ສືບຕໍ່ຍູ້ແຮງການບຸກໂຈມຕີໃສ່ນະຄອນ ກາຊາ. ວົງການເຈົ້າໜ້າທີ່ ແລະ ປະຊາຊົນ ປາແລັດສະຕິນ ຢູ່ເຂດ ກາຊາ ໃຫ້ຮູ້ວ່າ, ມີລົດຖັງ ອິດສະຣາແອັນ ນັບ 10 ຄັນໄດ້ຜັນຂະຫຍາຍບຸກເຂົ້າເລິກໃນນະຄອນ ກາຊາ. ໜູນຊ່ວຍໃຫ້ຄວາມານະພະຍາຍາມໃຫ້ທະຫານບຸກເຂົ້ານະຄອນ ກາຊາ, ເຮືອບິນສູ້ຮົບ ອິດສະຣາແອັນ ໄດ້ບຸກໂຈມຕີທຳລາຍຢູ່ຫຼາຍແຫ່ງຂຶ້ນກັບຊານນະຄອນ ກາຊາ. ມີບົດລາຍງານດ້ານສາທາລະນະສຸກໄດ້ຢືນຢັນວ່າ, ບັນດາການບຸກໂຈມຕີຫຼ້າສຸດຂອງກອງທັບ ອິດສະຣາແອັນ ໄດ້ເຮັດໃຫ້ຢ່າງໜ້ອຍສຸດມີຜູ້ເສຍຊີວິດ 19 ຄົນ, ນັບຮ້ອຍຄົນຖືກບາດເຈັບ.

ການກະທຳຍູ້ແຮງການບຸກໂຈມຕີເຂົ້າ ກາຊາ ໄດ້ດຳເນີນໄປພາຍຫຼັງທີ່ກອງປະຊຸມລັດຖະບານກ່ຽວກັບຄວາມໝັ້ນຄົງພິເສດ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ເປັນເວລາ 2 – 3 ຊົ່ວໂມງ. ກອງປະຊຸມໄດ້ສຸມໃສ່ປຶກສາຫາລືແຜນການຄວບຄຸມນະຄອນ ກາຊາ, ບໍ່ປຶກສາຫາລືຂໍ້ສະເໜີຢຸດຍິງ ແລະ ແລກປ່ຽນຕົວປະກັນຢູ່ເຂດ ກາຊາ ໂດຍ ອີຢິບ ແລະ ກາຕາ ສ້າງຂຶ້ນ ແລະ ຂະບວນການ ຮາມາດສ ໄດ້ເຫັນດີ.