(ພາບປະກອບ: REUTERS/Raneen Sawafta)

ລັດຖະບານ ອິດສະຣາແອັນ ພວມພິຈາລະນາເລື່ອງທ້ອນໂຮມເຂດຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ ແລະ ບັນຫານີ້ນອນໃນເນື້ອໃນການປຶກສາຫາລືທີ່ກອງປະຊຸມລັດຖະບານ ໂດຍທ່ານນາຍົກລັດຖະມົນຕີ Benjamin Netanyahu ເປັນປະທານ, ເຊິ່ງໄດ້ຈັດຂຶ້ນໃນວັນທີ 31 ສິງຫາ, ຢູ່ນະຄອນຫຼວງ ແທນອາວີບ. ປະຈຸບັນ, ຍັງບໍ່ທັນຮູ້ວ່າ ເລື່ອງທ້ອນໂຮມເຂດຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ ຈະຈັດວາງຢູ່ບັນດາເຂດຕັ້ງຖິ່ນຖານຄົງທີ່ຂອງ ອິດສະຣາແອັນ ຫຼື ຢູ່ບັນດາເຂດລະອຽດຂອງເຂດຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ, ກໍຄືບັນດາບາດກ້າວຂອງອຳນາດການປົກຄອງ ອິດສະຣາແອັນ.

ຫ້ອງວ່າການນາຍົກລັດຖະມົນຕີ ອິດສະຣາແອັນ ຍັງບໍ່ທັນຍົກອອກຄຳວິຈານທີ່ວ່າ ທ່ານ Benjamin Netanyahu ໄດ້ສະໜັບສະໜູນເລື່ອງທ້ອນໂຮມເຂດດິນແດນດັ່ງກ່າວຫຼືບໍ່. ໃນຂະນະນັ້ນ, ບັນດາສະມາຊິກຂວາຈັດໃນສຳພັນທະມິດກຳອຳນາດຂອງທ່ານນາຍົກລັດຖະມົນຕີ Netanyahu ຮຽກຮ້ອງໃຫ້ລັດຖະບານທ້ອນໂຮມເຂດຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ, ເພື່ອແນໃສ່ມີປະຕິກິຕິລາຕໍ່ເລື່ອງ ຝລັ່ງ, ອັງກິດ, ອົດສະຕາລີ ແລະ ການາດາ ຖະແຫຼງຮັບຮອງເອົາລັດ ປາແລັດສະຕິນ ຢູ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຈັດຂຶ້ນໃນເດືອນນີ້.