ເຄື່ອງຊ່ວຍເຫລືອມະນຸດສະທຳເຂົ້າເຂດກາຊາ ໃນວັນທີ 24 ກຸມພາ ປີ 2025. (ພາບ: TTXVN) |
ສະພາບການມະນຸດສະທຳຢູ່ ເຂດ ກາຊາ ພວມປະເຊີນຫນ້າກັບສິ່ງທ້າທາຍຢ່າງຮ້າຍແຮງ ໃນຂະນະທີ່ຫ້ອງການນາຍົກລັດຖະມົນຕີ ອິດສະຣາແອນ ໃນວັນທີ 2 ມີນາ ໄດ້ແຈ້ງວ່າ ທ່ານນາຍົກລັດຖະມົນຕີ Benjamin Netanyahu ຕັດສິນຢຸດຕິທັງໝົດການເຄື່ອນໄຫວຂົນສົ່ງເຄື່ອງຊ່ວຍເຫລືອມະນຸດສະທຳເຂົ້າເຂດ ກາຊາ ເພື່ອແນໃສ່ໂຕ້ຕອບຂະບວນການ ຮາມາດສ ປະຕິເສດຕໍ່ກຳນົດເວລາໄລຍະ 1 ຂອງຂໍ້ຕົກລົງຢຸດຍິງ.
ແຈ້ງການດັ່ງກ່າວຍັງຊີ້ແຈ້ງວ່າ ອິດສະຣາແອນ ບໍ່ອະນຸຍາດຄຳສັ່ງຢຸດຍິງ ໂດຍບໍ່ມີການມອບຕົວປະກັນ. ຖ້າຫາກ ຮາມາດສ ສືບຕໍ່ປະຕິເສດການສະເຫນີ, ກຸ່ມນີ້ ຈະຕ້ອງປະເຊີນຫນ້າກັບບັນດາຜົນຕາມມາຍາກທີ່ຈະຄາດຄະເນໄດ້.
ໂຕ້ຕອບພາຍຫລັງຂໍ້ຕົກລົງຂອງຝ່າຍ ອິດສະຣາແອນ, ໃນວັນດຽວກັນ, ທ່ານ ໂຄສົກຂອງຂະບວນການ ຮາມາດສ, Hazem Qassem ໄດ້ຖະແຫລງ ວ່າ ອິດສະຣາແອນ ຕ້ອງ “ຮັບຜິດຊອບ”ກ່ຽວກັບຜົນຕາມມາຈາກຄຳຕັດສິນຂອງຕົນສຳລັບປະຊາຊົນຢູ່ເຂດ ກາຊາ ແລະ ບັນດານັກໂທດ ຊື່ງ ຮາມາດສ ຫລື ບັນດາກຸ່ມປະກອບອາວຸດອື່ນ ພວມກັກຂັງ.
ບາທີ ນັກຂ່າວ VOV ປະຈຳ ເອຢີບ

