ທ່ານຮອງລັດຖະມົນຕີການຕ່າງປະເທດ ອີຣານ Kazem Gharibabadi ໃຫ້ຮູ້ວ່າ ສອງຝ່າຍໄດ້ມີການປຶກສາຫາລືຢ່າງ “ກົງໄປກົງມາ” ແລະ ຕົກລົງເຫັນດີສືບຕໍ່ເຈລະຈາໃນອະນາຄົດໃກ້ໆ. ໃນຂະນະນັ້ນ, ບັນດານັກການທູດ ເອີຣົບ ໃຫ້ຂໍ້ສັງເກດວ່າ ກອງປະຊຸມບັນລຸໄດ້ “ຄວາມຄືບໜ້າພຽງເລກໜ້ອຍ”.
ແຜນການດຳເນີນງານລວມຮອບດ້ານ (JCPOA) ລະຫວ່າງ ອີຣານ ແລະ ກຸ່ມ P5+1 ໃນເດືອນ ກໍລະກົດ 2015 ຈະໝົດຜົນສັກສິດໃນເດືອນ ຕຸລາ 2025. EU ຫວັງວ່າ ຈະບັນລຸໄດ້ຂໍ້ຕົກລົງສະບັບໃໝ່ກ່ອນຈຸດເວລານີ້, ຊຶ່ງຈະມີເວລາພຽງພໍເພື່ອຜັນຂະຫຍາຍບັນດາມາດຕະການຈຳກັດໃໝ່ ແລະ ຍົກເລີກຄຳສັ່ງລົງໂທດ. ເຖິງຢ່າງໃດກໍຕາມ, ເລື່ອງທ່ານ Donald Trump ກັບຄືນ ທຳນຽບຂາວ ຄາດວ່າຈະເຮັດໃຫ້ແງ່ຫວັງບັນລຸໄດ້ຂໍ້ຕົກລົງສະບັບໃໝ່ມືດມົວລົງ.
