ທ່ານປະທານາທິບໍດີ ອີຣານ Masoud Pezeshkian (ພາບ: WANA/Majid Asgaripour via REUTERS) |
ເຕເຮຣານ ພ້ອມແລ້ວທີ່ຈະຫຼຸດຜ່ອນຄວາມເຄັ່ງຕຶງຢູ່ຕາເວັນອອກກາງ. ສິ່ງດັ່ງກ່າວໂດຍທ່ານປະທານາທິບໍດີ ອີຣານ Masoud Pezeshkian ໄດ້ເນັ້ນໜັກໃນການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ຕວັກກີ ໃນວັນທີ 09 ມີນາ. ໃນການໂອ້ລົມທາງໂທລະສັບ, ທ່ານປະທານາທິບໍດີ Masoud Pezeshkian ຊີ້ແຈ້ງວ່າ ອີຣານ ຍາມໃດກໍພ້ອມແລ້ວທີ່ຈະຫຼຸດຜ່ອນຄວາມເຄັ່ງຕຶງໃນພາກພື້ນດ້ວຍເງື່ອນໄຂ “ເຂດນ່ານຟ້າ, ເຂດດິນຕໍ່ແຜ່ນ ແລະ ເຂດທະເລຂອງບັນດາປະເທດບ້ານໃກ້ເຮືອນຄຽງບໍ່ຖືກນຳໃຊ້ເພື່ອບຸກໂຈມຕີປະຊາຊົນ ອີຣານ”. ສ່ວນທ່ານປະທານາທິບໍດີ ຕວັກກີ Recep Tayyip Erdogan ຮຽກຮ້ອງໃຫ້ຢຸດຕິບັນດາການກະທຳ ເພື່ອແນໃສ່ເປົ້າໝາຍບັນດາປະເທດ ອິດສະລາມ ໃນພາກພື້ນ, ພ້ອມທັງຢັ້ງຢືນວ່າ Ankara ຄັດຄ້ານການແຊກແຊງແບບຜິດກົດໝາຍເຂົ້າວຽກງານພາຍໃນຂອງ ອີຣານ.
ກໍໃນວັນດຽວກັນ, ໃນການຕອບສຳພາດຕໍ່ຊ່ອງໂທລະພາບ, ທ່ານຮອງລັດຖະມົນຕີການຕ່າງປະເທດ ອີຣານ Kazim Garibabadi ໃຫ້ຮູ້ວ່າ ຈີນ, ລັດເຊຍ, ຝລັ່ງ ແລະ ບາງປະເທດໄດ້ຕິດຕໍ່ກັບ ອີຣານ ກ່ຽວກັບການຢຸດຕິສົງຄາມ ຫຼື ບັນລຸໄດ້ຂໍ້ຕົກລົງຢຸດຍິງ. ເຖິງຢ່າງໃດກໍຕາມ, ທ່ານ Garibabadi ເນັ້ນໜັກວ່າ ບໍ່ວ່າຂໍ້ຕົກລົງທີ່ມີກຳລັງບົ່ມຊ້ອນໃດ ກໍຕ້ອງ “ຮັບປະກັນວ່າ ຈະບໍ່ຊ້ຳຄືນບັນດາການກະທຳເກາະຜິດຕ້ານ ອີຣານ”.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
