ທ່ານຮອງປະທານຄະນະກຳມະການເອີຣົບ ແລະ ກຳມະການເສດຖະກິດ ເອີຣົບ, Valdis Dombrovskis (ພາບ:europarl.europa.eu) |
ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງກອງປະຊຸມຂອງສະພາເສດຖະກິດ ແລະ ການເງິນ EU ຢູ່ ບຣຸກແຊັນ, ແບນຊິກ, ທ່ານຮອງປະທານຄະນະກຳມະການເອີຣົບ ແລະ ກຳມະການເສດຖະກິດ ເອີຣົບ, Valdis Dombrovskis ໃຫ້ຮູ້ວ່າ: ຄະນະກຳມະການ ເອີຣົບ ມີແຜນການຮັກສາຄວາມກົດດັນລົງໂທດສຳລັບ ລັດເຊຍ ດ້ວຍການກະກຽມບ້ວງລົງໂທດທີ 18 ພາຍຫຼັງຮັບຮອງເອົາບ້ວງລົງໂທດທີ 17.
ທ່ານ Dombrovskis ຢັ້ງຢືນວ່າ ອີຢູ ພ້ອມແລ້ວທີ່ຈະສືບຕໍ່ກໍ່ກຳລັງດັນຕໍ່ ລັດເຊຍ ຜ່ານບັນດາຄຳສັ່ງລົງໂທດເພີ່ມເຕີມ ເພື່ອເຮັດໃຫ້ພື້ນຖານເສດຖະກິດຂອງປະເທດນີ້ຖືກຊຸດໂຊມລົງ. ກ່ຽວກັບບັນດາຂົງເຂດທີ່ມີຄວາມສາມາດເພີ່ມທະວີຄຳສັ່ງລົງໂທດ, ທ່ານ Dombrovskis ໃສ່ໃຈວ່າ ແຫຼ່ງລາຍຮັບຕົ້ນຕໍຂອງ ລັດເຊຍ ແມ່ນການສົ່ງອອກເຊື້ອເພີງຟອກຊິວ, ດັ່ງນັ້ນ ຄຳສັ່ງລົງໂທດໃໝ່ ອາດຈະສືບຕໍ່ເລັ່ງໃສ່ຂົງເຂດພະລັງງານຂອງ ລັດເຊຍ.
ກ່ອນໜ້ານັ້ນ, ບັນດາລັດຖະມົນຕີກະຊວງການຕ່າງປະເທດ EU ໄດ້ປຶກສາຫາລືກ່ຽວກັບບ້ວງລົງໂທດທີ 17 ສຳລັບ ລັດເຊຍ, ຄາດວ່າ ລວມມີບັນດາມາດຕະການ ແນໃສ່ຂົງເຂດອຸດສາຫະກຳ - ການທະຫານ, ກອງເຮືອຮົບຂົນສົ່ງສິນຄ້າ ແລະ ບັນດາຕາໜ່າງໜູນຊ່ວຍທີ່ກ່ຽວຂ້ອງຂອງ ລັດເຊຍ.
ຍືຮວາ - ນັກຂ່າວ VOV ປະຈຳ ເຊັກໂກ

