(ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ໄດ້ເປັນປະທານກອງປະຊຸມ) |
ຕອນບ່າຍວັນທີ 10 ພຶດສະພາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ໄດ້ເປັນປະທານກອງປະຊຸມຄັ້ງທີ 45 ຂອງຄະນະປະຈຳສະພາແຫ່ງຊາດ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໃຫ້ຮູ້ວ່າ, ຄະນະປະຈຳສະພາແຫ່ງຊາດ ຈະຈັດກອງປະຊຸມເປັນປະຈຳ ເພື່ອໃຫ້ຄຳເຫັນຮັບຮອງເອົາມະຕິວ່າດ້ວຍການສັບຊ້ອນຫົວໜ່ວຍບໍລິຫານຂັ້ນຕາແສງ ແລະ ເນື້ອໃນສຳຄັນຈຳນວນໜຶ່ງ.
ຕາມລາຍການ, ກອງປະຊຸມຄັ້ງທີ 45 ຈະດຳເນີນເປັນ 2 ວາລະ. ຄາດວ່າ, ໃນວາລະທີ 1, ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນໃສ່ 2 ເນື້ອໃນ: ມະຕິຂອງສະພາແຫ່ງຊາດກ່ຽວກັບບາງກົນໄກ, ນະໂຍບາຍພິເສດສະເພາະ, ສ້າງບາດກ້າວບຸກທະລຸໃນການສ້າງ ແລະ ຈັດການປະຕິບັດກົດໝາຍ; ປະມວນກົດໝາຍອາຍາ (ສະບັບປັບປຸງ).
“ສິ່ງທີ່ຕ້ອງເອົາໃຈໃສ່ທີ່ສຸດແມ່ນມະຕິວ່າດ້ວຍເສດຖະກິດພາກເອກະຊົນ. ປະຕິບັດມະຕິດັ່ງກ່າວກໍຮີບເຮັ່ງຄືມະຕິເລກທີ 57 ໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ. ຂ້າພະເຈົ້າມີຄວາມສົນໃຈທີ່ສຸດຕໍ່ບັນຫານີ້, ຂ້າພະເຈົ້າມອບໃຫ້ຄະນະກຳມະທິການເສດຖະກິດ, ການເງິນ ຕ້ອງສົມທົບກັບກະຊວງການເງິນ ກໍຄືບັນດາອົງການທີ່ກ່ຽວຂ້ອງ, ເປັນເຈົ້າການສ້າງມະຕິຂອງສະພາແຫ່ງຊາດ.”

