ສະຖານທີ່ເສີມທາດ ຢູຣານຽມ ແຫ່ງໜຶ່ງຢູ່ອີຣານ (ພາບ: REUTERS/Caren Firouz)

ທ່ານໂຄສົກ Esmail Baghaei ກໍ່ຊີ້ແຈງວ່າ ປະເທດນີ້ ຈະບໍ່ຍອມຮັບເລື່ອງຢຸດຕິການເຄື່ອນໄຫວເສີມທາດ ຢູຣານຽມ ໃນໄລຍະ 3 ປີ ເພື່ອບັນລຸຂໍ້ຕົກລົງກັບ ອາເມລິກາ. ເມື່ອເຕື້ອງເຖິງວິວັດການເຈລະຈາ, ທ່ານ Baghaei ໃຫ້ຮູ້ວ່າ: ອີຣານ ພວມລໍຄອຍຂໍ້ມູນລະອຽດຕື່ມອີກຈາກນັກຜູ້ເປັນກາງໄກ່ເກ່ຍ Oman ກ່ຽວກັບເວລາດຳເນີນຮອບເຈລະຈາຕໍ່ໄປ. ທ່ານກໍ່ສະແດງຄວາມຫວັງຕໍ່ເຈດຕະນາດີ ຈາກ ຝ່າຍ ອາເມລິກາ ແຕ່ເນັ້ນຫນັກວ່າ ຈະບໍ່ຍອມຮັບໝາກຜົນການເຈລະຈາທີ່ພາໄປເຖິງການຈຳກັດບັນດາສິດຂອງປະເທດ ສ ອິດສະລາມ.

ໃນບົດກ່າວປາໄສໃນວັນດຽວກັນ, ທ່ານປະທານາທິບໍດີ ອີຣານ Masoud Pezeshkian ກໍ່ສະແດງຫລັກໝັ້ນແຂງກະດ້າງຂອງ ເຕເຮຣານ ໂດຍເນັ້ນຫນັກວ່າ ເຖິງວ່າ ບໍ່ບັນລຸໄດ້ຂໍ້ຕົກລົງກັບ ອາເມລິກາ ຫລື ປະເຊີນຫນ້າກັບບັນດາຄຳສັ່ງລົງໂທດຈາກ ວໍຊິງຕັນ ກໍຕາມ ແຕ່ເຕເຮຣານ ຍັງຄົງຈະຊອກວິທີການເພື່ອຄົງຕົວ.