ໂຮງງານໄຟຟ້ານິວເຄຼຍ ຢູ່ ພາກໃຕ້ ອີຣານ. (ພາບ: AFP/TTXVN)

ກ່າວຄຳເຫັນທີ່ການປະຊຸມກັບບັນດາຜູ້ອຳນວຍການອົງການແຫ່ງລັດຢູ່ ເຕເຮຣານ ກ່ຽວກັບບັນດາມາດຕະການລົງໂທດ ອາເມລິກາ, ທ່ານ Masoud Pezeshkian ຢືນຢັນ: ອີຣານ ພ້ອມແລ້ວທີ່ຈະເຈລະຈາ ແຕ່ຈະບໍ່ຍອມຮັບທຸກກຳລັງດັນ. ທ່ານເນັ້ນຫນັກວ່າ ອາເມລິກາ ບໍ່ຄວນທັງເພີ່ມການລົງໂທດ ທັງຮຽກຮ້ອງອີຣານ ຕ້ອງນັ່ງເຂົ້າໂຕະເຈລະຈາ.

ຕົ້ນເດືອນ ກຸມພາ ປີ 2025, ປະທານາທິບໍດີ ອາເມລິກາ Donald Trump ຟື້ນຟູບັ້ນ “ກໍ່ກຳລັງດັນຢ່າງສູງສຸດ” ຕໍ່ອີຣານ. ອາເມລິກາ ຈັດວາງ ສອງຮັບລົງໂທດສຳລັບສິບໆ ສ່ວນບຸກຄົນ, ບໍລິສັດ.. ໂດຍກ່າວຫາວ່າ ໄດ້ສ້າງເງື່ອນໄຂໃຫ້ແກ່ການຂົນສົ່ງນ້ຳມັນດິບນັບລ້ານໆຖັງຂອງອີຣານ.