ພາບປະກອບ: TTXVN |
ວັນທີ 26 ມິຖຸນາ, ກອງທຶນເງິນຕາສາກົນ (IMF) ໃຫ້ຮູ້ວ່າການເຕີບໂຕດ້ານເສດຖະກິດຂອງ ຫວຽດນາມ ຄາດວ່າບັນລຸເກືອບ 6%ໃນປີ 2024 ໂດຍໄດ້ຮັບການໜູນຊ່ວຍຈາກຄວາມຕ້ອງການສາກົນ, ການລົງທຶນຕ່າງປະເທດມີສະຖຽນລະພາບ ແລະ ບັນດານະໂຍບາຍດັດສົມ. IMF ໃຫ້ຂໍສັງເກດວ່າ ການສົ່ງອອກ ແມ່ນກຳລັງໜູນຫຼັກຂອງ ພື້ນຖານເສດຖະກິດ, ອາດຈະຫຼຸດລົງຖ້າການເຕີບໂຕທົ່ວໂລກບໍ່ໄດ້ຄືຄວາມຫວັງ, ຄວາມເຄັ່ງຕຶງດ້ານພູມສາດການເມືອງທົ່ວໂລກແກ່ຍາວ ຫຼືການຂັດແຍ້ງກັນທາງການຄ້າເພີ່ມຂຶ້ນ.
ຕາມ IMF ແລ້ວ, ບັນດາບັນຫາຂອງຕະຫຼາດອະສັງຫາລິມະຊັບ ແລະ ຕະຫຼາດພັນທະບັດ ວິສາຫະກິດອາດຈະກໍ່ຜົນກະທົບຢ່າງແຮງ ກ່ວາການຄາດຄະເນ ຕໍ່ຄວາມສາມາດສະໜອງສິນເຊື່ອຂອງບັນດາທະນາຄານ. ດ້ວຍນະໂຍບາຍເງິນຕາທີ່ໄດ້ໂຍະຍານ, ຄວາມກົດດັນຈາກອັດຕາແລກປ່ຽນເງິນຕາຕ່າງປະເທດທີ່ ແກ່ຍາວກ່ວານັ້ນ ຈະກໍຜົນກະທົບເຖິງໄພເງິນເຟີ້ພາຍໃນປະເທດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
