ການພົບປະສອງຝ່າຍ (ພາບ: ANI) |
ທີ່ການພົບປະ, ລັດຖະມົນຕີການຕ່າງປະເທດ ຂອງສອງປະເທດ ໄດ້ເຫັນດີເປັນເອກະພາບກັນວ່າ: ເລື່ອງຖອນກຳລັງທະຫານອອກຈາກບັນດາເຂດຊາຍແດນ ໄດ້ປະກອບສ່ວນຮັກສາສັນຕິພາບ ແລະ ສະຖຽນລະພາບ. ບັນດາການປຶກສາຫາລືລະຫວ່າງ ສອງຝ່າຍ ແມ່ນສຸມໃສ່ເຂົ້າໃນບັນດາບາດກ້າວຕໍ່ໄປໃນການພົວພັນ ອິນເດຍ - ຈີນ. ທ່ານລັດຖະມົນຕີການຕ່າງປະເທດ ອິນເດຍ ແລະ ທ່ານລັດຖະມົນຕີການຕ່າງປະເທດຈີນ ເຫັນດີນຳກັນຈະຈັດຕັ້ງກອງປະຊຸມບັນດາຜູ້ຕາງຫນ້າພິເສດ ແລະ ກົນໄກສົນທະນາຂັ້ນຮອງລັດຖະມົນຕີການຕ່າງປະເທດລະຫວ່າງສອງປະເທດໂດຍໄວ. ລັດຖະມົນຕີການຕ່າງປະເທດຂອງທັງສອງປະເທດກໍ່ໄດ້ປຶກສາຫາລືກ່ຽວກັບການເຊື່ອມຕໍ່ຄືນໃຫມ່ການເຄື່ອນໄຫວ Kailash Mansarovar Yatra, ແບ່ງປັນຂໍ້ມູນກ່ຽວກັບບັນດາລຳແມ່ນ້ຳຂ້າມຊາຍແດນ, ເຊື່ອມຕໍ່ບັນດາສາຍການບິນໂດຍກົງລະຫວ່າງ ອິນເດຍ ແລະ ຈີນຄືນໃຫມ່ ແລະ ແລກປ່ຽນຂໍ້ມູນຂ່າວສານສອງຝ່າຍ.
ກ່ຽວກັບສະພາບການທົ່ວໂລກ ແລະ ບັນດາບັນຫາສາກົນ, ສອງຝ່າຍໃຫ້ຄຳໝັ້ນສັນຍາຕໍ່ໂລກຫລາຍຂົ້ວ, ລວມມີ ອາຊີ ຫລາຍຂົ້ວ.
ນັກຂ່າວ VOV ປະຈຳ ອີຢິບ

