ຕາມສຳນັກຂ່າວສານ Tass ຂອງລັດເຊຍ ແລ້ວ, ການເຈລະຈາລະຫວ່າງບັນດາເຈົ້າໜ້າທີ່ ລັດເຊຍ ແລະ ອາເມລິກາ ທີ່ໄດ້ດຳເນີນໃນວັນທີ 27 ກຸມພາ, ຢູ່ Istanbul, ຕວັກກີ ໄດ້ສິ້ນສຸດລົງພາຍຫຼັງ 6 ຊົ່ວໂມງເຄິ່ງ. ການເຈລະຈາສິ້ນສຸດແຕ່ບໍ່ມີຖະແຫຼງການ ຫຼືການວິຈານໃດໆຕໍ່ວົງການນັກຂ່າວ. ຕາມທ່ານ Dmitry Peskov ໂຄສົກວັງ Kremlin ແລ້ວ, ຂໍ້ມູນກ່ຽວກັບໝາກຜົນຂອງບັນດາການເຈລະຈາຈະໄດ້ສະໜອງຕາມຫຼາຍຊ່ອງທາງທີ່ແຕກຕ່າງກັນ.

ໂດຍຕອບສຳພາດຕໍ່ວົງການນັກຂ່າວກ່ອນການເຈລະຈາໄດ້ດຳເນີນຢູ່ ຕວັກກີ, ກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ການເຈລະຈາໄດ້ສຸມໃສ່ ບຸກຄະລາກອນຂອງຄະນະທູຕານຸທູດຂອງແຕ່ລະປະເທດ, ວີຊາ ແລະ ບັນດາການບໍລິການການເງິນທະນາຄານທີ່ຮັບໃຊ້ການເຄື່ອນໄຫວຂອງຄະນະທູຕານຸທູດ, ບໍ່ເຕື້ອງເຖິງບັນຫາຢູແກຼນ ກໍ່ຄືບັນດາບັນຫາການເມືອງ ແລະ ຄວາມໝັ້ນຄົງອື່ນໆ. ໃນຂະນະນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrop ຊີ້ແຈ້ງວ່າ ການເຈລະຈາຈະສຸມໃສ່ວຽກງານສ້າງເງື່ອນໄຂທີ່ດີກ່ວາອີກໃຫ້ແກ່ບັນດານັກການທູດ ລັດເຊຍ ປະຈຳ ອາເມລິກາ ກໍ່ຄືນັກການທູດ ອາເມລິກາ ປະຈຳ ລັດເຊຍ, ພາຍຫຼັງບັນດາການກະທຳເນລະເທດພະນັກງານສະຖານທູດຂອງກັນ.