ກອງປະຊຸມລາຍງານ ເດືອນມັງກອນ 2025 ໂດຍຄະນະໂຄສະນາສຶກສາສູນກາງຈັດຂຶ້ນ (ພາບ: VOV) |
ໃນປີ 2025, ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນ ຕ້ອງສະແດງຄວາມຕັດສິນໃຈຢ່າງສູດ, ມານະພະຍາຍາມໃຫຍ່, ມີການກະທຳຢ່າງຂ້ຽວຂາດເພື່ອໃຫ້ການເຕີບໂຕໃນປີ 2025 ບັນລຸຢ່າງໜ້ອຍສຸດ 8% ແລະ ສູ້ຊົນຢູ່ລະດັບສອງຕົວເລກ. ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກມາຢູ່ກອງປະຊຸມລາຍງານເດືອນມັງກອນ 2025 ໂດຍຄະນະໂຄສະນາສຶກສາສູນກາງຈັດຂຶ້ນໃນຕອນເຊົ້າວັນທີ 16 ມັງກອນຢູ່ ຮ່າໂນ້ຍ. ໂດຍແຈ້ງໃຫ້ຊາບກ່ຽວກັບສະພາບການເສດຖະກິດສັງຄົມໃນປີ 2024, ຄາດຄະເນສະພາບການ ແລະ ແຜນການພັດທະນາເສດຖະກິດສັງຄົມໃນປີ 2025, ທ່ານຮອງນາຍົກລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ເຈິ່ນກວັກເຟືອງ ໃຫ້ຮູ້ວ່າ ໃນປີຜ່ານມາ, ປະເທດບັນລຸບັນດາໝາກຜົນສຳຄັນ, ຮອບດ້ານ ບັນລຸ ແລະ ລື່ນກາຍທັງໝົດ 15/15 ຄາດໝາຍຫຼັກແຫຼ່ງໂດຍສະພາແຫ່ງຊາດວາງອອກ. ມີຫຼາຍຄາດໝາຍ, ດັດສະຊີສຳຄັນກ່ຽວກັບການເຕີບໂຕ, ຂອບຂະໜາດພື້ນຖານເສດຖະກິດ… ບັນລຸໝາກຜົນທີ່ພົ້ນເດັ່ນ. ກ່ຽວກັບແຜນການພັດທະນາ ໃນປີ 2025, ທ່ານຮອງລັດຖະມົນຕີ ເຈິ່ນກວັກເຟືອງ ຊີ້ແຈ້ງວ່າ:
ເປົ້າໝາຍບູລິມະສິດການເຕີບໂຕໃນປີ 2025 ໃຫ້ຫຼາຍກ່ວາເວລາໃດໝົດ ແມ່ນໜຶ່ງໃນບັນດາຄວາມຮຽກຮ້ອງສຳລັບທຸກຂັ້ນ, ທຸກຂະແໜງການ, ທຸກທ້ອງຖິ່ນຕ້ອງຢູ່ໃນສະພາບການຊີ້ນຳ, ນຳພາແມ່ນເປົ້າໝາຍການເຕີບໂຕຕ້ອງບັນລຸລະດັບແຕ່ 8 – 10%. ດັ່ງນັ້ນຕ້ອງວາງອອກເປົ້າໝາຍສູງກ່ວາໃຫ້ແກ່ຕົນເອງ ເພື່ອໃຫ້ພວກເຮົາບັນລຸໄດ້ບັນດາເນື້ອໃນໃນການຊີ້ນຳນຳພາຫວ່າງແລ້ວນີ້ທີ່ໄດ້ຮັບການອັບເດັດ.

