ເວທີປາໄສ M&A (ພາບ: VOV)

ຕາມທ່ານ ຫງວຽນດຶກເຕິມ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລ້ວ, ເສດຖະກິດ - ສັງຄົມ ປີ 2024 ໄດ້ຮັບການຟື້ນຕົວໂດຍພື້ນຖານ. ການເຕີບໂຕ GDP ໃນປີ 2024 ຄາດວ່າບັນລຸ 6,8 – 7%. ການດຶງດູດນັກລົງທຶນຕ່າງປະເທດໃນ 10 ເດືອນຜ່ານມາ ບັນລຸເກືອບ 27,3 ຕື້ USD, ເພີ່ມຂຶ້ນ 1,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ດ້ວຍການລົງທຶນຕ່າງປະເທດທີ່ໄດ້ຮັບການຄາດວ່າ ຈະເພີ່ມຂຶ້ນນັ້ນ, ການເຄື່ອນໄຫວ M&A ຈະໄດ້ຮັບການດຳເນີນໄດ້ເປັນຢ່າງດີ. ຕາມວິສາຫະກິດກວດສອບ KPMG ແລ້ວ, ຕະຫຼາດການລວມຕົວ ແລະ ຊື້ກິດຈະການ (M&A) ຫວຽດນາມ ໃນ 9 ເດືອນຜ່ານມາຄາດວ່າ ບັນລຸມູນຄ່າທຸລະກຳ 3,2 ຕື້ USD, ດ້ວຍກວ່າ 220 ທຸລະກຳການຄ້າ, ເພີ່ມຂຶ້ນ 45,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ທ່ານ ປອ. ຫງວຽນກົງອາຍ ຮອງຜູ້ອຳນວຍການໃຫຍ່, ພາກສ່ວນໃຫ້ຄຳປຶກສາທຸລະກຳການຄ້າ KPMG ຫວຽດນາມ, ໃຫ້ຮູ້ວ່າ:

“ປັນຍາປະດິດ (AI) ໄດ້ກາຍເປັນຂະບວນການແລ້ວ, ສະນັ້ນການພັດທະນາຂອງແຕ່ລະວິສາຫະກິດ ແມ່ນຂຶ້ນກັບການນຳໃຊ້ AI ເປັນຄືແນວໃດ. ການນຳໃຊ້ AI ນັ້ນ ບໍ່ແມ່ນການປ່ຽນແທນແຫຼ່ງຊັບພະຍາກອນມະນຸດໃນບໍລິສັດ ຫາກເປັນການເພີ່ມທະວີສະມັດຕະພາບແຮງງານ. ວິສາຫະກິດນຳໃຊ້ເຕັກໂນໂລຢີຄືແນວໃດ ຈະຕັດສິນອະນາຄົດຂອງວິສາຫະກິດນັ້ນ, ນັບທັງຝ່າຍຊື້ ແລະ ຝ່າຍຂາຍ ລ້ວນແຕ່ນຳໃຊ້ AI ເປັນຈຳນວນຫຼາຍ”.