ການໂອ້ລົມສົນທະນານະໂຍບາຍປ້ອງກັນຊາດ ຫວຽດນາມ - ອາເມລິກາ ຄັ້ງທີ 13 (ພາບ: VOV5) |
ຕອນເຊົ້າວັນທີ 8 ພຶດສະພາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຮ່ວາງຊວຽນຈຽນ ກຳມະການສູນກາງພັກ, ກຳມະການຜູ້ປະຈຳການຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ທ່ານ John Noh, ຜູ້ຮັກສາການລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໄດ້ເປັນປະທານການໂອ້ລົມສົນທະນານະໂຍບາຍປ້ອງກັນຊາດ ຫວຽດນາມ - ອາເມລິກາ ຄັ້ງທີ 13.
ໂດຍເນັ້ນໜັກເຖິງການຮ່ວມມືແກ້ໄຂຜົນຕາມມາຈາກສົງຄາມສືບຕໍ່ແມ່ນຈຸດພົ້ນເດັ່ນໃນການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ, ທ່ານພົນໂທ ຮ່ວາງຊວນຈຽນ ປາດຖະໜາຢາກການເຄື່ອນໄຫວຮ່ວມມືນີ້ສືບຕໍ່ໄດ້ຮັບການຜັນຂະຫຍາຍຕາມວິວັດການທີ່ເປັນເອກະພາບ, ສະເໜີຊຸກຍູ້ວຽກງານໂຄສະນາເຜີຍແຜ່ກ່ຽວກັບການຮ່ວມມືແກ້ໄຂຜົນຕາມມາຂອງສົງຄາມ, ເພື່ອໃຫ້ຫາງສຽງພາຍໃນປະເທດ ແລະ ສາກົນມີຄວາມເຂົ້າໃຈແຈ້ງກ່ຽວກັບແບບຢ່າງທີ່ດີກ່ຽວກັບການພົວພັນ ຫວຽດນາມ - ອາເມລິກາ ໃນຂົງເຂດນີ້, ປະກອບສ່ວນ “ປະອະດີດຕະການ, ເປີດອະນາຄົດແຫ່ງສັນຕິພາບ, ການຮ່ວມມື, ພັດທະນາ” ລະຫວ່າງສອງປະເທດ. ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງນາຍທະຫານ ອາເມລິກາ ມາຮ່ຳຮຽນພາສາຫວຽດ ຢູ່ວິທະຍາຄານ ວິທະຍາສາດການທະຫານ ແລະ ຊຸດຮຽນເຈົ້າໜ້າທີ່ປ້ອງກັນຊາດສາກົນ ຢູ່ວິທະຍາຄານ ປ້ອງກັນຊາດ.
ສ່ວນທ່ານ John Noh ເນັ້ນໜັກວ່າ ອາເມລິກາ ຕີລາຄາສູງບົດບາດຂອງ ຫວຽດນາມ ໃນພາກພື້ນ, ປາດຖະໜາຢາກເພີ່ມທະວີ, ຊຸກຍູ້ການຮ່ວມມືກັບບັນດາປະເທດໃນພາກພື້ນ ໃນນັ້ນມີ ຫວຽດນາມ. ທ່ານ John Noh ໃຫ້ຮູ້ວ່າລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Pete Hegseth ຢັ້ງຢືນການສະໜັບສະໜູນ ຫວຽດນາມ ທີ່ເຂັ້ມແຂງແຮງກ້າ ແລະ ເປັນເອກະລາດຄືນໃໝ່.

