ພາບປະກອບ: THX/TTXVN |
ການປະກາດດັ່ງກ່າວໄດ້ຍົກອອກມາພາຍຫຼັງການພົບປະກັນລະຫວ່າງ ທ່ານ Yoav Gallant ລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະລາແອັນ ກັບທ່ານ Brett McGurk ທູດພິເສດ ອາເມລິກາກ່ຽວກັບພາກຕາເວັນອອກກາງ ໃນຕອນຄ່ຳວັນທີ 9 ກໍລະກົດ ຢູ່ Jerusalem. ທີ່ການພົບປະ, ທ່ານລັດຖະມົນຕີ Yoav Gallant ໃຫ້ຮູ້ວ່າ ອິດສະລາແອັນ ສະໜັບສະໜູນການເປີດປະຕູດ່ານຊາຍແດນ Rafah ລະຫວ່າງ ເອຢິບ ແລະ ເຂດກາຊາຄືນໃໝ່, ແຕ່ບໍ່ຍອມຮັບເລື່ອງຂະບວນການອິດສະລາມ ຮາມາດສ ກໍ່ກັບຄືນສູ່ເຂດນີ້.
ແລະກໍ່ໃນວັນດຽວກັນ, ອິດສະລາແອັນ ໄດ້ຍູ້ແຮງການເຄື່ອນໄຫວທາງການທະຫານຢູ່ທາງທິດເໜືອ ແລະ ພາກກາງເຂດດິນແດນຢູ່ແຄມທະເລ ເມດີເຕເຣນຽນ. ປະຊາຊົນໃຫ້ຮູ້ວ່າກຳລັງອິດສະລາແອັນ ໄດ້ບຸກເຂົ້າໄປເລິກໃນດິນແດນສອງເຂດຂອງນະຄອນ ກາຊາ, ພົນທະຫານໄດ້ດຳເນີນການກວດກາເຮືອນແຕ່ລະຫຼັງໃນຂະນະທີ່ລົດຖັງໄດ້ຍິງປຶນໃຫຍ່ເຂົ້າໃສ່ເຮືອນຈຳນວນໜຶ່ງ.

