ການເຈລະຈາດ້ານການຄ້າລະຫວ່າງບັນດາເຈົ້າໜ້າທີ່ຂັ້ນສູງ ອາເມລິກາ ແລະ ຈີນ ຢູ່ ເຊີແນວ, ປະເທດ ສະວິດ, ໄດ້ສິ້ນສຸດລົງໃນວັນທີ 11 ພຶດສະພາ, ພາຍຫຼັງດຳເນີນເປັນເວລາ 2 ວັນ. ນີ້ແມ່ນການພົບປະໂດຍກົງຄັ້ງທຳອິດລະຫວ່າງເຈົ້າໜ້າທີ່ຂັ້ນສູງຂອງ ອາເມລິກາ ແລະ ຈີນ, ນັບແຕ່ເມື່ອ 2 ປະເທດຈັດວາງອັດຕາພາສີກວ່າ 100% ສຳລັບສິນຄ້າຂອງກັນ.

ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງສິ້ນສຸດການເຈລະຈາ, ທ່ານ Jamieson Greer, ຜູ້ຕາງໜ້າດ້ານການຄ້າ ອາເມລິກາ, ໃຫ້ຮູ້ວ່າ:

“ການເຈລະຈາໃນ 2 ມື້ຜ່ານມາໄດ້ດຳເນີນໄປຢ່າງມີປະສິດທິຜົນດີ່ທີ່ສຸດ. ສິ່ງສຳຄັນແມ່ນບັນດາຝ່າຍສາມາດບັນລຸໄດ້ຂໍ້ຕົກລົງໂດຍໄວ ແລະ ສິ່ງດັ່ງກ່າວຊີ້ໃຫ້ເຫັນວ່າ ບັນດາຄວາມແຕກໂຕນກັນແມ່ນບໍ່ໃຫຍ່ເກີນໄປຄືດັ່ງການຄາດຄະເນ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ຂໍ້ຕົກລົງທີ່ບັນລຸໄດ້ກັບຄູ່ຮ່ວມມື ຈີນ ຈະຊ່ວຍແກ້ໄຂສະພາບການຮີບດ່ວນນີ້”.

ສ່ວນຝ່າຍ ຈີນ, ທ່ານ ຮາລີເຟິງ, ຮອງນາຍົກລັດຖະມົນຕີ ຈີນ ກໍ່ຖືນີ້ແມ່ນບາດກ້າວສຳຄັນມຸ່ງໄປເຖິງທິດແກ້ໄຂຄວາມບໍ່ລົງລອຍກັນຜ່ານການເຈລະຈາ ແລະ ການທາບທາມຄວາມເຫັນຢ່າງສະເໝີພາບ, ສ້າງພື້ນຖານ ແລະ ເງື່ອນໄຂເພື່ອຮັດແຄບຄວາມແຕກໂຕນກັນລົງ ແລະ ເພີ່ມທະວີການຮ່ວມມືລະຫວ່າງ 2 ປະເທດ.