ມີພະນັກງານ, ນັກຮົບເກືອບ 16.000 ຄົນໄດ້ປະຕິບັດການຝຶກແອບຮ່ວມ(ພາບ: VTCnews)
|
ວັນທີ 17 ກໍລະກົດ, ຢູ່ສູນຝຶກແອບດ້ານການທະຫານແຫ່ງຊາດ 4, ທີ່ ຮ່າໂນ້ຍ, ມີພະນັກງານ, ນັກຮົບເກືອບ 16.000 ຄົນຂອງບັນດາກົມກອງກອງທັບປະຊາຊົນ ຫວຽດນາມ, ຕຳຫຼວດປະຊາຊົນ ຫວຽດນາມ ໄດ້ປະຕິບັດການຝຶກແອບຮ່ວມບັນດາກຳລັງປະກອບອາວຸດທີ່ເຂົ້າຮ່ວມການ ເດີນສວນສະໜາມສະແດງກ້ອນກຳລັງຄັ້ງທຳອິດ, ກະກຽມໃຫ້ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ ຂອງ ຫວຽດນາມ.
ນີ້ແມ່ນການຝຶກແອບຄັ້ງທຳອິດຂອງກຸ່ມບັນດາກຳລັງປະກອບອາວຸດ, ລວມມີ: ກອງທັບປະຊາຊົນ ຫວຽດນາມ ແລະ ຕຳຫຼວດປະຊາຊົນ, ທະຫານລາດປ້ອງກັນຕົວ... ດ້ວຍຂອບຂະໜາດໃຫຍ່, ກວ່າ 15.600 ຄົນ. ຈຸດພົ້ນເດັ່ນໃນການຝຶກແອບຮ່ວມແມ່ນການເຂົ້າຮ່ວມຂອງກຸ່ມອາວຸດ, ຍຸດທະພັນ, ລົດ, ປືນໃຫຍ່ປະເພດໜັກ ແລະ ລົດປະເພດພິເສດຂອງຕຳຫຼວດ.
ທ່ານພົນເອກ ຫງວຽນເຕິນເກືອງ ເຂົ້າຮ່ວມການຝຶກແອບຮ່ວມ(ພາບ: VTCnews)
|
ກ່າວຄຳເຫັນຢູ່ທີ່ນີ້, ທ່ານພົນເອກ ຫງວຽນເຕິນເກືອງ, ເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໃຫ້ຮູ້ວ່າ:
“ການເດີນຂະບວນ, ສວນສະໜາມຍັງມີກຸ່ມກ້ອນທາງທະເລ, ມີທັງກຳປັ່ນດຳນ້ຳ, ກຳປັ່ນໜ້ານ້ຳຂອງກອງທັບເຮືອ, ຂອງຕຳຫຼວດທະເລ, ຂອງທະຫານຊາຍແດນ ແລະ ຂອງກອງທະຫານເຮືອທະຫານລາດປະຈຳການ ຈະໄດ້ຖ່າຍຖອດສົດຢູ່ສະໜາມຫຼວງ ບາດິ່ງ. ໃນຄັ້ງນີ້, ພວກຂ້າພະເຈົ້າໄດ້ຈັດການສວນສະໜາມ, ເດີນຂະບວນກ້ອນກຳລັງ, ແຕ່ພວກເຮົາກໍ່ສະແດງໃຫ້ເຫັນໄດ້ເຖິງການເຕີບໃຫຍ່ຢ່າງບໍ່ຢຸດຢັ້ງຂອງກຳລັງປະກອບອາວຸດປະຊາຊົນໃນ 80 ປີ, ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດ ຫວຽດນາມ”.


