ທ່ານ ຫງວຽນເກວ໊ເລິມ, ຫົວໜ້າຄະນະຈັດຕັ້ງການແຂ່ງຂັນ (ພາບ: VOV1)

ຕອນຄ່ຳວັນທີ 3 ທັນວາ, ພິທີມອບລາງວັນທົ່ວປະເທດກ່ຽວກັບການແຂ່ງຂັນການຖະແຫຼງຂ່າວການຕ່າງປະເທດ ຄັ້ງທີ X ດຳເນີນຢູ່ ຮ່າໂນ້ຍ. ທ່ານ ຫງວຽນເກວ໊ເລິມ, ຮອງຫົວໜ້າຄະນະສະເພາະກິດ ຄະນະຊີ້ນຳວຽກງານຖະແຫຼງຂ່າວການ ຕ່າງປະເທດສູນກາງ, ຄະນະໂຄສະນາສຶກສາສູນກາງ, ຫົວໜ້າຄະນະຈັດຕັ້ງການແຂ່ງຂັນໃຫ້ຮູ້ວ່າ:

“ລາງວັນທົ່ວປະເທດກ່ຽວກັບການຖະແຫຼງຂ່າວການຕ່າງປະເທດ ບໍ່ພຽງແຕ່ແມ່ນລາງວັນສື່ມວນຊົນທຳມະດາເທົ່ານັ້ນ, ຫາກຍັງແມ່ນເວທີປາໄສເພື່ອໃຫ້ບັນດາຜູ້ທີ່ມີຄວາມຮັກແພງ ຫວຽດນາມ, ສະໜັບສະໜູນ ຫວຽດນາມ ປະດິດຄິດສ້າງ ແລະ ແຜ່ກະຈາຍບັນດາພາບພົດ, ບັນດາຄຸນຄ່າ ຫວຽດນາມ, ຜະລິດຕະພັນພູມປັນຍາຂອງ ຫວຽດນາມ ແລະ ບັນດາສານຂອງ ຫວຽດນາມ ທີ່ຢາກຝາກເຖິງໃຫ້ທົ່ວໂລກ. ບັນດາບົດຂຽນເຂົ້າຮ່ວມແຂ່ງຂັນດັ່ງກ່າວ ລວບລວມເຫດການ, ຜົນງານທາງດ້ານການເມືອງ, ການພົວພັນຕ່າງປະເທດ, ວັດທະນະທຳສຳຄັນຂອງຊາດ ຢ່າງຄົບຖ້ວນ. ພ້ອມດຽວກັນນັ້ນ ກໍ່ແມ່ນຂໍ້ມູນຂ່າວສານເຖິງບັນດາເພື່ອນມິດສາກົນໄດ້ຮັບຊາບກ່ຽວກັບບັນດາແຜນນະໂຍບາຍ, ແນວທາງຂອງພັກ, ລັດ ຫວຽດນາມ ແລະ ບັນດາເນື້ອໃນບຸລິມະສິດພັດທະນາໃນໄລຍະປັດຈຸບັນ. ໃນການແຂ່ງຂັນປີນີ້, ພວກຂ້າພະເຈົ້າເລືອກເຟັ້ນບັນດາຫົວຂໍ້ພັດທະນາກ່ຽວກັບວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ, ຫັນເປັນສີຂຽວ ກໍຄື ເສດຖະກິດໝູນວຽນ.”