ໃນສານອວຍພອນ, ການນຳພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດ ຫວຽດນາມ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ສະໜັບສະໜູນກິດຈະການປ່ຽນແປງໃໝ່ຂອງລາວ ຢ່າງແຂງແຮງ, ເຊື່ອໝັ້ນວ່າ ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ ຈະຍາດໄດ້ບັນດາຜົນງານໃໝ່ ແລະ ໃຫຍ່ຫຼວງກວ່າເກົ່າ ໃນກິດຈະການປ່ຽນແປງໃໝ່ ແລະ ພັດທະນາເສດຖະກິດ-ສັງຄົມ, ສ້າງສາປະເທດລາວສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນຕາມເປົ້າໝາຍສັງຄົມນິຍົມ.

ການນຳ ຫວຽດນາມ ເນັ້ນໜັກວ່າ, ສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໄດ້ຮັບການຮັດແໜ້ນ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ນັບມື້ນັບເລິກເຊິ່ງ, ກວ້າງຂວາງ ແລະ ແທດຈິງໃນ ທຸກຂົງເຂດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ກິດຈະການປ່ຽນແປງໃໝ່ ແລະ ການພັດທະນາຢູ່ແຕ່ລະ ປະເທດ; ພ້ອມທັງຢືນຢັນວ່າ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນລາວ ປົກປັກຮັກສາ, ແລະ ເສີມສ້າງສາຍພົວພັນສາມັກຄີແບບພິເສດນີ້ໃຫ້ນັບມື້ນັບພັດທະນາ, ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ. ການພັດທະນາໃນພາກພື້ນແລະໃນໂລກ.

ເນື່ອງໃນໂອກາດນີ້, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ທ່ານ ເລຮ່ວາຍຈູງ ໄດ້ສົ່ງຈົດໝາຍອວຍພອນເຖິງທ່ານ ບຸນເຫຼືອ ພັນດານຸວົງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ແລະ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ; ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ໄດ້ສົ່ງສານອວຍພອນເຖິງທ່ານລັດຖະມົນຕີການຕ່າງປະເທດ ທອງສະຫວັນ ພົມວິຫານ.