ກຳລັງ Haiti ລາດຕະເວນ (ພາບ: Reuters) |
ຜູ້ປະສົບເຄາະຮ້າຍ ສ່ວນຫລາຍແມ່ນຜູ້ສູງອາຍຸ. ຫ້ອງວ່າການນາຍົກລັດຖະມົນຕີ Haiti ຖະແຫລງວ່າ ຈະລະດົມທຸກແຫລ່ງກຳລັງ ເພື່ອແນໃສ່ໄລ່ຈັບພວກທຳການເຂັ່ນຂ້າດັ່ງກ່າວ.
ໃນວັນດຽວກັນ, ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres ໄດ້ຮຽກຮ້ອງວົງການເຈົ້າຫນ້າທີ່ Haiti ດຳເນີນການສືບສວນ ແລະ ທ່ານກໍ່ຮຽກຮ້ອງບັນດາປະເທດສະມາຊິກຂອງ ສປຊ ສະຫນອງການຫນູນຊ່ວຍດ້ານການເງິນ ແລະ ພະລາທິການທີ່ຈຳເປັນໃຫ້ແກ່ກຳລັງຫນູນຊ່ວຍດ້ານຄວາມໝັ້ນຄົງນາໆຊາດ ເພື່ອແນໃສ່ຊ່ວຍກຳລັງຕຳຫລວດແຫ່ງຊາດ Haiti ຮັບມືກັບການໃຊ້ຄວາມຮຸນແຮງລະຫວ່າງພັກຝ່າຍຢູ່ປະເທດນີ້.

