ການບຸກໂຈມຕີດ້ວຍລູກສອນໄຟຂອງ ກຳລັງ Hezbollah ໃສ່ເຂດ Rosh Pina ທາງທິດເຫນືອ Israel ໃນວັນທີ 20 ຕຸລາ ປີ 2024. (ພາບ:THX/TTXVN) |
ຕາມແຈ້ງການທີ່ໄດ້ຍົກອອກມາໃນຕອນຄ່ຳວັນທີ 23 ພະຈິກ, ຂະບວນການ Hezbollah ຢູ່ ລີບັງ ໃຫ້ຮູ້ວ່າ: ໄດ້ຜັນຂະຫຍາຍເຮືອບິນບໍ່ມີຄົນຂັບຫລາຍລຳ ທຳການບຸກໂຈມຕີທາງອາກາດໃສ່ຖານທີ່ໝັ້ນການທະຫານ Shraga ມໍ່ກັບນະຄອນກຳປັ່ນ Ashkelon ຂອງ Israel. ກ່ອນຫນ້ານັ້ນ Hezbollah ຖະແຫລງວ່າ ໄດ້ຍິງລູກສອນໄຟ ແລະ ຜັນຂະຫຍາຍ ເຮືອບິນບໍ່ມີຄົນຂັບບຸກໂຈມຕີທາງອາກາດໃສ່ຖານທີ່ໝັ້ນກອງທັບອາກາດ Mishmar al-Karmel ແລະຖານຮົບລູກສອນໄຟຢູ່ທາງທິດໃຕ້ ນະຄອນ Haifa ພາກເຫນືອ Israel.
ນອກຈາກບັນດາຖານທີ່ໝັ້ນການທະຫານ, ເປົ້າໝາຍບຸກໂຈມຕີໃນວັນທີ 23 ພະຈິກ ຂອງ Hezbollah ຍັງມີເຂດຕັ້ງຖິ່ນຖານຄົງທີ່ Avivim, ທາງທິດເຫນືອ Israel. ກົງກັນຂ້າມ, ກອງທັບ Israel ສືບຕໍ່ເປີດຫລາຍບັ້ນບຸກໂຈມຕີທາງອາກາດຢ່າງດຸເດືອດໃສ່ຫລາຍເຂດອື່ນຢູ່ທາງທິດຕາເວັນອອກ, ທິດເຫນືອ ແລະ ຊານກຳແພງ ນະຄອນຫລວງ Beirut ຂອງ ລີບັງ. ຕາມກະຊວງສາທາລະນະສຸກ ລີບັງ ແລ້ວ, ບັນດາການບຸກໂຈມຕີຂອງ Israel ໃນວັນທີ 23 ພະຈິກ ເຮັດໃຫ້ມີຜູ້ເສຍຊີວິດຢ່າງຫນ້ອຍສຸດ 30 ຄົນ ແລະ ກວ່າ 70 ຄົນຮັບບາດເຈັບ.
ນັກຂ່າວ VOV ປະຈຳອິຢີບ

