ກອງທັບເຮືອ ອິນເດຍ ໄດ້ພ້ອມກັບ 8 ປະເທດຢູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ເຂົ້າຮ່ວມການຊ້ອມຮົບນາໆຊາດ La Perouse 25, ເພື່ອແນໃສ່ປັບປຸງຄວາມໝັ້ນຄົງທາງທະເລ. ການຊ້ອນຮົບຈັດຂຶ້ນແຕ່ວັນທີ 16 – 24 ມັງກອນ, ຢູ່ບັນດາເສັ້ນທາງທະເລສຳຄັນເຊື່ອມຕໍ່ມະຫາສະໝຸດ ອິນເດຍ ກັບ ປາຊີຟິກ.

ກ່ຳປັ່ນພິຄາດ INS Mumbai ຂອງກອງທັບເຮືອ ອິນເດຍ ເຂົ້າຮ່ວມການຊ້ອມຮົບພ້ອມກັບບັນດາກຳລັງທີ່ມາຈາກ ອົດສະຕາລີ, ການາດາ, ອາເມລິກາ, ຝລັ່ງ, ອິນໂດເນເຊຍ, ມາເລເຊຍ, ລາຊະອານາຈັກ ອັງກິດ ແລະ ສິງກະໂປ. ບັນດາກຳລັງຈະສົມທົບກັນຢ່າງແໜ້ນແຟ້ນໃນການເຄື່ອນໄຫວຮັກສາຄວາມໝັ້ນຄົງທາງທະເລ, ລວມມີ ການຊອກຫາ ແລະ ສະກັດກັ້ນບັນດາກຳປັ່ນທີ່ຖືກສົງໄສມີການກະທຳລະເມີດກົດໝາຍ. ຝລັ່ງ ຈະບັນຊາການຊ້ອມຮົບນີ້.