ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ
(ພາບ: TTXVN)

ການຢ້ຽມຢາມ ບຸນກາຣີ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ເປີດແງ່ຫວັງການຮ່ວມມືໃໝ່ຫຼາຍຢ່າງ. ນີ້ແມ່ນຄຳຢືນຢັນຂອງທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເນື່ອງໃນໂອກາດທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປຢ້ຽມຢາມ ສ.ບຸນກາຣີ ຢ່າງເປັນທາງການ, ແຕ່ວັນທີ 22 – 24 ຕຸລາ. ຕາມທ່ານນາງແລ້ວ, ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ພາຍຫຼັງທີ່ ບຸນກາຣີ ປ່ຽນແປງລະບອບການໃນປີ 1990.

ການຢ້ຽມຢາມກໍ່ແມ່ນໂອກາດເພື່ອໃຫ້ການນຳຂັ້ນສູງ 2 ປະເທດເພີ່ມທະວີການຮ່ວມມືໃນບັນດາຂົງເຂດເຊິ່ງ ບຸນກາຣີ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ, ຄື: ເຕັກໂນໂລຊີຂໍ້ມູນຂ່າວສານ, quantum, ປັນຍາປະດິດ (AI), ການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ການແພດ, ຊີວະສາດ… ພ້ອມກັນນັ້ນ, ນີ້ກໍ່ແມ່ນໂອກາດເພື່ອໃຫ້ 2 ປະເທດສ້າງຂົວເຊື່ອມຕໍ່ທີ່ມີຄວາມໄວ້ເນື້ອເຊື່ອໃຈ, ສະໜິດຕິດພັນ, ໝັ້ນຂົງໜັກແໜ້ນລະຫວ່າງ ບຸນກາຣີ ກັບ ອາຊຽນ ແລະ ກົງກັນຂ້າມແມ່ນ ຫວຽດນາມ ກັບ ອີຢູ.