ຕອນຄ່ຳວັນທີ 19 ຕຸລາ, ກອງທັບ ອິດສະລາແອັນ ໄດ້ແຈ້ງການຟື້ນຟູຄຳສັ່ງຢຸດຍິງຢູ່ເຂດກາຊາ ກັບຂະບວນການອິດມະລາມ ຮາມາດສ. ການກະທຳໄດ້ດຳເນີນໃນເວລາ 2 – 3 ຊົ່ວໂມງເມື່ອກອງທັບອາກາດ ອິດສະລາແອັນ ປຸກລະດົມບັນດາການບຸກໂຈມຕີໃນທົ່ວເຂດກາຊາ, ເປັນການສ້າງຄວາມເຄັ່ງຕຶງດ້ານການທະຫານທີ່ເປັນໜ້າສົນໃຈນັບແຕ່ເວລາຄຳສັ່ງຢຸດຍິງມີຜົນບັງຄັບໃຊ້ ນັບແຕ່ວັນທີ 10 ຕຸລາ ຜ່ານມາ. ໃນຂະນະນັ້ນ, ຮາມາດສໄດ້ປະຕິເສດຂໍ້ກ່າວຫາທີ່ກ່ຽວຂ້ອມເຖິງກັບການບຸກໂຈມຕີເລັ່ງໃສ່ນັກຮົບອິດສະລາແອັນຢູ່ Rafah ໃນຕອນເຊົ້າວັນທີ 19 ຕຸລາ. ຮາມາດສຊີ້ແຈ້ງວ່າຍັງພວມປະຕິບັດຕາມຂໍ້ຕົກລົງຢ່າງເຂັ້ມງວດ, ຢັ້ງຢືນວ່າກອງທັບອິດສະລາແອັນ ແມ່ນຝ່າຍລະເມີດຄຳໝັ້ນສັນຍາຢຸດຍິງ ເປັນຫຼາຍຄັ້ງ ແລະ ເຮັດໃຫ້ຊາວປາແລັດສະຕິນນັບສິນຄົນເສຍຊີວິດໃນ 10 ມື້ຜ່ານມາ.
ຄຳສັ່ງຢຸດຍິງ ຢູ່ເຂດກາຊາ ໄດ້ຟື້ນຟູພາຍຫຼັງການບຸກໂຈມຕີທາງອາກາດຂອງ ອິດສະລາແອັນ
(VOVWORLD) - ຮາມາດສຊີ້ແຈ້ງວ່າຍັງພວມປະຕິບັດຕາມຂໍ້ຕົກລົງຢ່າງເຂັ້ມງວດ, ຢັ້ງຢືນວ່າກອງທັບອິດສະລາແອັນ ແມ່ນຝ່າຍລະເມີດຄຳໝັ້ນສັນຍາຢຸດຍິງ ເປັນຫຼາຍຄັ້ງ ແລະ ເຮັດໃຫ້ຊາວປາແລັດສະຕິນນັບສິນຄົນເສຍຊີວິດໃນ 10 ມື້ຜ່ານມາ.
