(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ກ່າວຄຳເຫັນທີ່ກອງປະຊຸມ)

ກອງປະຊຸມຄົບຄະນະຄັ້ງທີ 12 ຂອງກອງປະຊຸມສາກົນບັນດາພັກຝ່າຍການເມືອງ ອາຊີ ດ້ວຍຫົວຂໍ້ “ຊອກຫາສັນຕິພາບ ແລະ ການໄກເກ່ຍປອງດອງ” ໄຂຂຶ້ນໃນຕອນເຊົ້າວັນທີ 22 ພະຈິກ, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງພັກ, ລັດ ຫວຽດນາມ, ເຂົ້າຮ່ວມດ້ວຍບົດບາດເປັນແຂກຖືກເຊີນພິເສດຂອງກອງປະຊຸມ.

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຖືວ່າ, ໂລກພວມຜ່ານຜ່າການຜັນແປໃຫຍ່ຫຼຼວງຫຼາຍຢ່າງ, ຈາກການຂາດຄວາມສະຖຽນລະພາບດ້ານການເມືອງ, ຈະລາຈົນ, ການປະທະກັນ, ຕະຫຼອດຮອດການປ່ຽນແປງຂອງດິນຟ້າອາກາດ, ການຄ້ຳປະກັນດ້ານສະບຽງອາຫານ, ຄວາມໝັ້ນຄົງແຫຼ່ງນ້ຳ ແລະ ຫຼາຍບັນຫາບໍ່ເປັນການທະຫານອື່ນ.

“ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ, ຫວຽດນາມ ມີແຜນນະໂຍບາຍຢ່າງສະເໝີຕົ້ນສະເໝີປາຍໃນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ພ້ອມແລ້ວຈະເປັນເພື່ອນ, ເປັນຄູ່ຮ່ວມມືມີຄວາມໄວ້ເນື້ອເຊື່ອໃຈ ແລະ ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນປະຊາຄົມສາກົນ; ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງກອງປະຊຸມສາກົນບັນດາພັກຝ່າຍການເມືອງ ອາຊີ ໃນການສ້າງສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ພາກພື້ນ. ຫວຽດນາມ ຖືວ່າ, ຂໍ້ກຸນແຈເພື່ອແກ້ໄຂບັນດາຄວາມບໍ່ລົງລອຍກັນ, ການປະທະກັນໂດຍສັນຕິວິທີ ແມ່ນຜ່ານການສົນທະນາ ແລະ ຮ່ວມມືຫຼາຍຝ່າຍ ບົນພື້ນຖານມີຄວາມສະເໝີຕົ້ນສະເໝີປາຍ, ເຄົາລົບເຊິ່ງກັນ ແລະ ກັນ, ຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ, ສອດຄອງກັບກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ”.