Deir al-Balah, ເຂດ Gaza ພາຍຫຼັງການປະທະກັນ (ພາບປະກອບ: THX/TTXVN) |
ກ່າວຄຳເຫັນທີ່ການຖະແຫຼງຂ່າວຢູ່ Jerusalem, ທ່ານລັດຖະມົນຕີການຕ່າງປະເທດ Gideon Saar ຊີ້ແຈ້ງວ່າ ການເຈລະຈາທາງອ້ອມພວມໄດ້ດຳເນີນ ກ່ຽວກັບການປ່ອຍຕົວປະກັນປະມານ 100 ຄົນ ແລະ ແງ່ຫວັງບັນລຸໄດ້ຂໍ້ຕົກລົງ ກໍພວມມີຄວາມຄືບໜ້າດີຂຶ້ນ. ເຈົ້າໜ້າທີ່ທາງການທູດແຖວໜ້າຂອງ ອິດສະຣາແອັນ ກໍໄດ້ຢໍ້າຄືນຫຼັກໝັ້ນຂອງປະເທດນີ້ຕໍ່ເລື່ອງບັນດາຕົວປະກັນທີ່ຖືກກັກຂັງຢູ່ເຂດ ກາຊາ ຕ້ອງໄດ້ຮັບການປ່ອຍຕົວ ກ່ອນທີ່ ອິດສະຣາແອັນ ຕົກລົງຢຸດຕິການປະທະກັນ.
ໃນວັນດຽວກັນ, ໜັງສືພິມ The National News ຂອງສະຫະລັດ ອາຣັບ ເອມມີເລດ (UAE) ໃຫ້ຮູ້ວ່າ ກຳລັງ ຮາມາດສ ໄດ້ເຫັນດີຕໍ່ຫຼັກການ ດ້ວຍຂໍ້ສະເໜີຂອງ ອີຢິບ ທີ່ກ່ຽວຂ້ອງເຖິງຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ ຫຼາຍສຸດພາຍໃນ 30 ວັນ ແລະ ປ່ອຍຕົວປະກັນ ອິດສະຣາແອັນ ຈຳນວນໜຶ່ງ. ບັນດາການນຳ ຮາມາດສ ກໍ່ໄດ້ຍົກອອກບັນຊີລາຍຊື່ບັນດາຕົວປະກັນ ເຊິ່ງກຸ່ມນີ້ຈະປ່ອຍໃນຂອບເຂດຂໍ້ຕົກລົງແລກປ່ຽນຕົວປະກັນກັບ ອິດສະຣາແອັນ.

