ສະພາບການຢູ່ Deir al-Balah, ເຂດ Gaza, ວັນທີ 14/1/2025 (ພາບ: TTXVN) |
ເມື່ອກ່າວຄຳເຫັນໃນການຖະແຫຼງຂ່າວຢູ່ນະຄອນຫຼວງ ໂດຮາ, ທ່ານນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດ ກາຕາ Mohammed bin Abdulrahman bin Jassim Al Thani ໃຫ້ຮູ້ວ່າ ການປະຕິບັດຂໍ້ຕົກລົງຢຸດຍິງຈະເລີ່ມແຕ່ວັນທີ 19 ມັງກອນ. ຕາມນັ້ນແລ້ວ, ຮາມາດສ ຈະປ່ອຍອິດສະຫຼະພາບໃຫ້ແກ່ຕົວປະກັນ 33 ຄົນໃນໄລຍະທຳອິດ, ໂດຍແກ່ຍາວພາຍໃນ 6 ອາທິດ, ເພື່ອແລກເອົາເລື່ອງ ອິດສະຣາແອັນ ປ່ອຍອິດສະຫຼະພາບໃຫ້ແກ່ຊາວ ປາແລັດສະຕິນ ທີ່ພວມຖືກກັກຂັງ. ເນື້ອໃນລະອຽດໃນໄລຍະທີ 2 ແລະ ທີ 3 ຂອງຂໍ້ຕົກລົງຈະໄດ້ປະກາດພາຍຫຼັງໄລຍະທຳອິດປະຕິບັດສຳເລັດ.
ໃນຂະນະນັ້ນ, ທ່ານປະທານາທິບໍດີ ອາເມລິກາ Joe Biden ກໍປະກາດຢ່າງເປັນທາງການກ່ຽວກັບຂໍ້ຕົກລົງຢຸດຍິງ ແລະ ການແລກຕົວປະກັນລະຫວ່າງ ອິດສະຣາແອັນ ແລະ ຮາມາດສ, ໃນນັ້ນໄດ້ຢັ້ງຢືນພາຍໃນ 6 ອາທິດຈະມາເຖິງ, ອິດສະຣາແອັນ ຈະສືບຕໍ່ເຈລະຈາກ່ຽວກັບບັນດາບັນຫາທີ່ຈຳເປັນເພື່ອມຸ່ງໄປເຖິງໄລຍະທີ 2 ຂອງຂໍ້ຕົກລົງ ດ້ວຍເປົ້າໝາຍສິ້ນສຸດການປະທະກັນໃນໄລຍະຍາວ.

