ກຳລັງຝ່າຍຄ້ານ ຢູ່ ຊີຣີ (ພາບ: Reuters)

ວັນທີ 8 ທັນວາ, ບັນດາກຳລັງຝ່າຍຄ້ານ ຢູ່ ຊີຣີ ໄດ້ຢຶດຄອງບັນດາຊ່ອງໂທລະພາບແຫ່ງລັດ ແລະ ຄວບຄຸມນະຄອນຫລວງ Damascus. ໃນຊ່ອງໂທລະພາບ, ມີຜູ້ຊາຍຄົນຫນຶ່ງ ໂດຍໄດ້ຮັບການປົກປັກຮັກສາຈາກບັນດາມືປືນ ໄດ້ອ່ານຖະແຫລງທີ່ເອີ້ນວ່າ “ຖະແຫລງການ ເລກ 1” ໃນນັ້ນ ຢືນຢັນ: ບັນດາກຸ່ມຝ່າຍຄ້ານໄດ້ຢຶດຄອງນະຄອນຫລວງ Damascus. ບັນດາກຸ່ມຝ່າຍຄ້ານກໍ່ຖະແຫລງວ່າ ໄດ້ປ່ອຍຕົວນັກໂທດທັງໝົດແລ້ວ.

ຕໍ່ຫນ້າສະພາບການດັ່ງກ່າວ, ທຳນຽບຂາວ ໄດ້ອອກຖະແຫລງການໃຫ້ຮູ້ວ່າ: ປະທານາທິບໍດີ ອາເມລິກາ Joe Biden ພວມຕິດຕາມຢ່າງໃກ້ຊິດການຜັນແປແບບບັງເອີນຢູ່ ຊີຣີ ແລະ ພວມຮັກສາການພົວພັນຕິດຕໍ່ກັບບັນດາຄູ່ຮ່ວມມືໃນພາກພື້ນ.

ແລະ ກໍ່ໃນວັນດຽວກັນ, ຈໍແດນ ໄດ້ອອກຖະແຫລງການຢັ້ງຢືນຄວາມສຳຄັນຂອງການຮັກສາສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງ ຊີຣີ.