ວັນທີ 08 ພຶດສະພາ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ໂອ້ລົມທາງໂທລະສັບເພື່ອປຶກສາຫາລືບັນດາຄວາມມານະພະຍາຍາມແນໃສ່ຢຸດຕິການປະທະກັນລະຫວ່າງ ຢູແກຼນ ແລະ ລັດເຊຍ.

ໂດຍແບ່ງປັນທາງສື່ສັງຄົມອອນລາຍ, ການນຳ ຢູແກຼນ ໃຫ້ຮູ້ວ່າ, ທ່ານໄດ້ແຈ້ງກັບທ່ານປະທານາທິບໍດີ ອາເມລິກາ ຊາບວ່າ Kiev ພ້ອມແລ້ວທີ່ຈະປະຕິບັດຄຳສັ່ງຢຸດຍິງໃນເວລາ 30 ວັນ “ເລີ່ມແຕ່ມື້ນີ້ໄດ້ເລີຍ” ແລະ ພວມລໍຖ້າຄຳຕອບຈາກຝ່າຍ ລັດເຊຍ ກ່ຽວກັບຂໍ້ສະເໜີດັ່ງກ່າວ. ກໍ່ຕາມທ່ານ Zelensky ແລ້ວ, ຢູແກຼນ ຍັງພ້ອມທີ່ຈະເຈລະຈາພາຍໃຕ້ທຸກຮູບແບບ, ຖ້າຫາກ ລັດເຊຍ ສະແດງຄວາມເຂັ້ມງວດໃນເລື່ອງຢຸດຕິການປະທະກັນ, “ເລີ່ມຕົ້ນດ້ວຍຄຳສັ່ງຢຸດຍິງຢ່າງຮອບດ້ານ ແລະ ບໍ່ມີເງື່ອນໄຂ”.

ສ່ວນຝ່າຍ ອາເມລິກາ, ໃນຖະແຫຼງການທີ່ໄດ້ເອົາລົງທາງສື່ສັງຄົມ Truth Social ພາຍຫຼັງການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ຢູແກຼນ, ທ່ານປະທານາທິບໍດີ Donald Trump ເນັ້ນໜັກວ່າ, ຖ້າຫາກຂໍ້ຕົກລົງຢຸດຍິງບໍ່ໄດ້ຮັບການເຄົາລົບ, ອາເມລິກາ ແລະ ບັນດາປະເທດຄູ່ຮ່ວມມືຂອງຕົນຈະສືບຕໍ່ຈັດວາງຄຳສັ່ງລົງໂທດ.