ວັນທີ 21 ພຶດສະພາ, ກອງປະຊຸມແມ່ຍິງ ອາຟະລິກາ Women 20 (W20) ໄຂຂຶ້ນຢູ່ Cape Town, ນະຄອນຫຼວງສ້າງງກົດໝາຍຂອງ ອາຟະລິກາໃຕ້, ດ້ວຍຄຳຮຽກຮ້ອງບັນດາການນຳ ແລະ ວົງການວາງແຜນກຳນົດນະໂຍບາຍທົ່ວໂລກ ຫັນການປຶກສາຫາລືທີ່ສຸມໃສ່ທາງເພດ ມາເປັນກອງປະຊຸມປຶກສາຫາລືກ່ຽວກັບການປ່ຽນແປງນະໂຍບາຍທີ່ເປັນຮູບປະທຳ.
W20 ແມ່ນໜຶ່ງໃນບັນດາກຸ່ມເຂົ້າຮ່ວມເອກະລາດຢ່າງເປັນທາງການຂອງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20), ໂດຍສຸມໃສ່ການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ການມອບສິດເສດຖະກິດໃຫ້ແກ່ແມ່ຍິງ. ກອງປະຊຸມໄດ້ດຳເນີນໃນ 2 ວັນ ດ້ວຍຫົວຂໍ້ “ແມ່ຍິງສາມັກຄີ” ອັນໄດ້ສ້າງຂີດໝາຍຄົບຮອບ 10 ປີ ຂອງ W20 ແລະ ເຕົ້າໂຮມບັນດາຜູ້ແທນທົ່ວໂລກ ຕາງໜ້າໃຫ້ແກ່ລັດຖະບານ, ວິສາຫະກິດ, ສະຖາບັນ ແລະ ສັງຄົມພົນລະເຮືອນ.
ປັດຈຸບັນ, ອາຟະລິກາ ພວມດຳລົງຕຳແໜ່ງປະທານຂອງ G20. ອາຟະລິກາ ໄດ້ວາງອອກບັນດາບຸລິມະສິດຕົ້ນຕໍໃຫ້ແກ່ໂຄງການດຳເນີນງານຂອງແມ່ຍິງ, ລວມມີ ການລົງທຶນເຂົ້າພື້ນຖານເສດຖະກິດເບິ່ງແຍງດູແລ, ການເຊື່ອມຕໍ່ດ້ານການເງິນ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງກັບແມ່ຍິງ.
ຟ້າມຮວັນ, ນັກຂ່າວ VOV ປະຈຳ ອາເມລິກາ
