ທ່ານ ປອ. Ly Thuch - ປະທານກອງປະຊຸມສຳຫຼວດກວດຄືນ ສົນທິສັນຍາ Ottawa ຄັ້ງທີ 5 (ພາບ: VOV)

ຄຳໝັ້ນສັນຍາດັ່ງກ່າວ ໂດຍທ່ານ ປອ. Ly Thuch - ປະທານກອງປະຊຸມສຳຫຼວດກວດຄືນ ສົນທິສັນຍາ Ottawa ຄັ້ງທີ 5 ໄດ້ຢັ້ງຢືນໃນພິທີອັດກອງປະຊຸມ. ໃນບົດກ່າວປາໄສອັດກອງປະຊຸມສຸດຍອດ ຊຽມຣຽບ - ອັງກໍ ເພື່ອໂລກປອດລູກລະເບີດ, ທີ່ໄດ້ດຳເນີນແຕ່ວັນທີ 25 ພະຈິກ ຫາວັນທີ 29 ພະຈິກ ຢູ່ແຂວງ ຊຽມຣຽບ, ທ່ານ ປອ. Ly Thuch ຊີ້ແຈ້ງວ່າ ກອງປະຊຸມໄດ້ສ່ອງແສງຄຳໝັ້ນສັນຍາຢ່າງບໍ່ຢຸດຢັ້ງຂອງ ກຳປູເຈຍ ສຳລັບການເຄື່ອນໄຫວປ້ອງກັນ, ຕ້ານລູກລະເບີດ ແລະ ການຫັນປ່ຽນຂອງປະເທດນີ້, ຈາກປະເທດໜຶ່ງທີ່ຖືກຜົນກະທົບຈາກລູກລະເບີດ ກາຍເປັນປະເທດນຳໜ້າໃນທົ່ວໂລກກ່ຽວກັບການຕ້ານລູກລະເບີດ. ກອງປະຊຸມໄດ້ເຕົ້າໂຮມຄວາມສາມັກຄີຂອງບັນດາປະເທດ, ອົງການຈັດຕັ້ງ ແລະ ສ່ວນບຸກຄົນໃນວິໄສທັດລວມກ່ຽວກັບໂລກທີ່ປອດ ລູກລະເບີດ.