ທີ່ກອງປະຊຸມວິທະຍາສາດ(ພາບ: TTXVN)
|
ກອງປະຊຸມວິທະຍາສາດ “ໄຊຊະນະ ໄຕງວຽນ 1975 ແລະ ເຄິ່ງສະຕະວັດແຫ່ງການສ້າງສາ, ພັດທະນາ ດັກລັກ” ໂດຍກະຊວງປ້ອງກັນປະເທດ ຫວຽດນາມ ສົມທົບກັບຄະນະພັກແຂວງ ດັກລັກ ຈັດຂຶ້ນໃນຕອນເຊົ້າວັນທີ 05 ມີນາ, ຢູ່ນະຄອນ ບວນມາທວດ (ດັກລັກ), ດ້ວຍການເຂົ້າຮ່ວມຂອງຜູ້ແທນກວ່າ 500 ທ່ານ. ນີ້ແມ່ນການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນໄຊຊະນະ ໄຕງວຽນ ແລະ ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2025). ກ່າວຄຳເຫັນຢູ່ທີ່ນີ້, ທ່ານພົນໂທ, ສາດສະດາຈານ ເລຮຸຍວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຊີ້ແຈ້ງວ່າ:
“ຍາມໃດພວກເຮົາກໍ່ເຄົາລົບ ແລະ ປາດຖະໜາໃຫ້ແຂວງ ດັກລັກ ພ້ອມກັບບັນດາແຂວງເຂດ ໄຕງວຽນ, ເຂດດິນແດນມີທີ່ຕັ້ງຍຸດທະສາດສຳຄັນຂອງທົ່ວປະເທດ, ສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອວິລະຊົນ, ອົງອາດກ້າແກ່ນ ເຂົ້າໃນພາລະກິດສ້າງສາບ້ານເກີດເມືອງນອນໃຫ້ສວຍງາມ, ຮັ່ງມີ, ສີວິໄລ ແລະ ມີສີສັນທີ່ຫຼາກຫຼາຍ ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງທະຫານ ແລະ ປະຊາຊົນ ໃນທົ່ວປະເທດ”.

