(ທີ່ການປຶກສາຫາລືຢູ່ໜ່ວຍ)

ກົງຈັກລັດກະທັດລັດ, ມີປະສິດທິພາບ, ປະສິດທິຜົນແມ່ນຈະມີແຫຼ່ງກຳລັງເພື່ອພັດທະນາປະເທດຊາດ. ນັ້ນແມ່ນຄຳຢືນຢັນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ທີ່ໄດ້ຍົກອອກມາເມື່ອປຶກສາຫາລືຢູ່ໜ່ວຍໃນຕອນບ່າຍວັນທີ 07 ພຶດສະພາ, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13, ຈັດຂຶ້ນຢູ່ ຮ່າໂນ້ຍ. 3 ເນື້ອໃນໄດ້ນຳມາປຶກສາຫາລື, ລວມມີ: ຮ່າງມະຕິຂອງສະພາແຫ່ງຊາດສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນປີ 2013; ຮ່າງກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍພະນັກງານ, ລັດຖະກອນ (ສະບັບປັບປຸງ).

“ຫາງສຽງຂອງຜູ້ມີສິດເລືອກຕັ້ງ, ປະຊາຊົນ, ພະນັກງານ… ປາດຖະໜາຢາກຫັນກົງຈັກລັດໃຫ້ກະທັດລັດ, ມີປະສິດທິພາບ, ປະສິດທິຜົນ. ພວກເຮົາໄດ້ສ້າງຕັ້ງຄະນະກຳມະການປັບປຸງລັດຖະທຳມະນູນ, ເປີດເຜີຍການຮັບເອົາຄຳເຫັນຈາກປະຊາຊົນກ່ຽວກັບການປັບປຸງລັດຖະທຳມະນູນແຕ່ວັນທີ 06 ພຶດສະພາ ຮອດວັນທີ 05 ມິຖຸນາ. ເລື່ອງຫັນກົງຈັກລັດໃຫ້ກະທັດລັດກໍ່ຕ້ອງປັບປຸງກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ. ບົນຈິດໃຈແມ່ນຈັດແບ່ງຂັ້ນໃຫ້ທ້ອງຖິ່ນຢ່າງເຂັ້ມແຂງ. ທ້ອງຖິ່ນຕັດສິນໃຈເອງ, ເຮັດເອງ ແລະ ຮັບຜິດຊອບເອງ. ຖ້າຫາກວ່າທີ່ກອງປະຊຸມສະພາແຫ່ງຊາດຄັ້ງນີ້ປັບປຸງລັດຖະທຳມະນູນສຳເລັດ ຈະສ້າງເງື່ອນໄຂສ້າງລະບອບກົດໝາຍໃຫ້ສົມບູນແບບ, ສ້າງພື້ນຖານໃຫ້ແກ່ວຽກງານສັບຊ້ອນກົງຈັກລັດ”.

ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 07 ພຶດສະພາ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບເນື້ອໃນທີ່ຍັງມີຄວາມເຫັນແຕກຕ່າງກັນຈຳນວນໜຶ່ງຂອງຮ່າງກົດໝາຍວ່າດ້ວຍວຽກເຮັດງານທຳ (ສະບັບປັບປຸງ).