ກຸ່ມບໍລິສັດ NVIDIA ແລະ ລັດຖະບານ ຫວຽດນາມ ລົງນາມການຮ່ວມມືສະແດງວິໄສທັດຍຸດທະສາດ
(ພາບ: VOV)

ຕອນບ່າຍວັນທີ ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຮັດວຽກກັບທ່ານ Jensen Huang ຜູ້ສ້າງຕັ້ງ, ທັງເປັນປະທານກຸ່ມບໍລິສັດເຕັກໂນໂລຢີ NVIDIA (ອາເມລິກາ) ແລະ ເປັນສັກຂີພິຍານພິທີລົງນາມຂໍ້ຕົກລົງລະຫວ່າງລັດຖະບານ ຫວຽດນາມ ແລະ ກຸ່ມບໍລິສັດ NVIDIA ກ່ຽວກັບການຮ່ວມມືສ້າງຕັ້ງສູນຄົ້ນຄ້ວາ ແລະ ພັດທະນາກ່ຽວກັບປັນຍາປະດິດ (AI) ຂອງ NVIDIA ແລະ ສູນຂໍ້ມູນ AI ຢູ່ ຫວຽດນາມ.

ແລກປ່ຽນກັບການນຳ NVIDIA, ທ່ານນາຍົກລັດຖະມົນຕີ ຕີລາຄາວ່າຂໍ້ຕົກລົງຮ່ວມມືຫາກໍ່ໄດ້ຮັບການລົງນາມພາຍຫຼັງ 1 ປີເມື່ອທ່ານນາຍົກລັດຖະມົນຕີ ໄປຢ້ຽມຢາມ NVIDA ຢູ່ ອາເມລິກາ (ເດືອນກັນຍາ 2023) ແມ່ນຂີດໝາຍສຳຄັນ, ສະແດງໃຫ້ເຫັນຄວາມຕັດສິນໃຈ ແລະ ຄຳໝັ້ນສັນຍາຢ່າງແຮງຂອງທ່ານປະທານ Jensen Huang ໃນການຫັນຫວຽດນາມກາຍເປັນ “ເຮືອນຫຼັງທີ 2 ຂອງ NVIDIA”. ສ່ວນທ່ານປະທານ Jensen Huang ຖືວ່າ ຫວຽດນາມມີຄວາມສາມາດບົ່ມຊ້ອມ, ພື້ນຖານໂຄງລ່າງ, ແຫຼ່ງຊັບພະຍາກອນມະນຸດເພື່ອພັດທະນາ ແລະ AI ນັບມື້ນັບໄດ້ຮັບການນຳໃຊ້ເປັນຈຳນວນຫຼາຍໃນບັນດາຂົງເຂດເສດຖະກິດ - ສັງຄົມຂອງ ຫວຽດນາມ. ທ່ານຂອບໃຈການສົ່ງເສີມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, NVIDIA ແລະ ສ່ວນຕົວທ່ານປະທານ Jensen Huang ໃຫ້ຄຳໝັ້ນສັນຍາຍາມໃດກໍ່ແມ່ນເພື່ອນມິດ, ແມ່ນຄູ່ຮ່ວມມືຂອງ ຫວຽດນາມ ໃນວິວັດການແຫ່ງການພັດທະນາການຮ່ວມມື.

ແລະກໍ່ໃນຕອນຄ່ຳວັນທີ 5 ທັນວາ, ຫວຽດນາມ ແລະ NVIDIA ປະກາດສ້າງສູນຄົ້ນຄ້ວາ ແລະ ພັດທະນາປັນຍາປະດິດ (AI) ແລະ ສູນຂໍ້ມູນ AI ຢູ່ ຫວຽດນາມ. ນີ້ແມ່ນແຮງກະຕຸ້ນທີ່ສຳຄັນຊ່ວຍຫວຽດນາມ ບັນລຸບາດກ້າວເດີນໃໝ່ກ່ຽວກັບເຕັກໂນໂລຢີສູງໃນໂລກ, ພິເສດແມ່ນໃນຂົງເຂດ AI, ການມາລົງທຶນຢູ່ ຫວຽດນາມ.