ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov (ພາບ: Reuters)

ທ່ານ Lavrov ເນັ້ນໜັກວ່າ ການເຈລະຈາໄດ້ຮັບການຟື້ນຟູດ້ວຍການໜູນຊ່ວຍຈາກ ອາເມລິກາ, ອາຣັບບີ ຊະອຸດິ ແລະ ຕວັກກີ. ຕາມທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ ແລ້ວ, ຝ່າຍ ລັດເຊຍ ໄດ້ກຽມພ້ອມສະເໜີບົດບັນທຶກຊ່ວຍຈຳ ໂດຍຊີ້ແຈ້ງຫຼັກໝັ້ນກ່ຽວກັບການແກ້ໄຂກົກປາຍສາຍເຫດຂອງການປະທະກັນຢ່າງຮອບດ້ານ ແລະ ປຶກສາຫາລືບັນດາເງື່ອນໄຂຢຸດຍິງ.

ຜູ້ຊ່ວຍວຽກປະທານາທິບໍດີ ລັດເຊຍ, ທ່ານ Vladimir Medinsky ກໍຢັ້ງຢືນວ່າ ບັນດາກຸ່ມເຈລະຈາພວມຕັ້ງໜ້າກະກຽມເອກະສານ ແລະ ກຽມພ້ອມປຶກສາຫາລືແຕ່ລະມາດຕາຂອງຂໍ້ຕົກລົງກ່ຽວກັບການຢຸດຍິງ. ຝ່າຍ ລັດເຊຍ ກໍສະເໜີວັນເວລາ ແລະ ສະຖານທີ່ລະອຽດເພື່ອແລກປ່ຽນບົດບັນທຶກຊ່ວຍຈຳ, ພ້ອມທັງສະແດງຄວາມປາດຖະໜາຢາກດຳເນີນການເຈລະຈາຢ່າງແທ້ຈິງໃນໄວໆນີ້.

ນັກຂ່າວ VOV ປະຈຳ ລັດເຊຍ