ທະຫານ ລັດເຊຍ ໄດ້ກັບຄືນເມືອປະເທດ (ພາບ: REUTERS) |
ວັນທີ 24 ພຶດສະພາ, ກະຊວງປ້ອງກັນປະເທດ ລັດເຊຍ ໃຫ້ຮູ້ວ່າ ມີທະຫານ ລັດເຊຍ 307 ຄົນ ໄດ້ສົ່ງກັບມາຈາກດິນແດນໂດຍອຳນາດການປົກຄອງ Kiev ຄວບຄຸມ, ແທນທີ່ນັ້ນ, ທະຫານ ຢູແກຼນ 307 ຄົນ ກໍໄດ້ມອບໃຫ້ ຢູແກຼນ.
ນີ້ແມ່ນໄລຍະທີ 2 ຂອງການແລກປ່ຽນຊະເລີຍເສິກດ້ວຍຂອບຂະໜາດໃຫຍ່ຕາມບັນດາຂໍ້ຕົກລົງລະຫວ່າງ ລັດເຊຍ - ຢູແກຼນ ທີ່ໄດ້ລົງນາມໃນນະຄອນ Istanbul ຂອງ ຕວັກກີ. ກະຊວງປ້ອງກັນປະເທດ ລັດເຊຍ ໃຫ້ຮູ້ວ່າ ການແລກປ່ຽນຊະເລີຍເສິກ ໃນຂອບຂະໜາດໃຫຍ່ ໂດຍຝ່າຍ ລັດເຊຍ ລິເລີ່ມນັ້ນຈະສືບຕໍ່ໄດ້ດຳເນີນ.

