ທ່ານນາງ Maria Zakharova ເນັ້ນໜັກວ່າ ລັດເຊຍ “ອີກຄັ້ງໜຶ່ງ ຢັ້ງຢືນຄວາມປາດຖະໜາຢາກບັນລຸໄດ້ມາດຕະການສຸດທ້າຍ, ຍຸຕິທຳໃຫ້ແກ່ການປະທະກັນ”, ພ້ອມດຽວກັນນັ້ນ ກໍເນັ້ນໜັກວ່າ ວິວັດທະນາການມຸ່ງໄປເຖິງການປະທະກັນຈະບໍ່ສາມາດບັນລຸໄດ້ ຖ້າບໍ່ແກ້ໄຂໄດ້ກົກປາຍສາຍເຫດ. ທ່ານນາງ Maria Zakharova ໃຫ້ຮູ້ວ່າ ຕ້ອງມີຄວາມເປັນເອກະພາບໃນຫຼາຍແງ່ມູມ, ລວມມີ: ບັນດາຫຼັກການຕົ້ນຕໍຂອງມາດຕະການ, ຈຸດເວລາຂໍ້ຕົກລົງມີກຳລັງບົ່ມຊ້ອນ ແລະ ບັນດາເນື້ອໃນລະອຽດທີ່ກ່ຽວຂ້ອງເຖິງຄຳສັ່ງຢຸດຍິງ ອາດຈະເກີດຂຶ້ນ ຖ້າບັນລຸໄດ້ບັນດາຂໍ້ຕົກລົງທີ່ກ່ຽວຂ້ອງ.

ກ່ອນໜ້ານັ້ນ, ທ່ານໂຄສົກວັງ Kremlin Dmitry Peskov ໃຫ້ຮູ້ວ່າ ມົດສະກູ ແລະ Kiev ພວມກະກຽມບັນດາການພົບປະກ່ຽວກັບການພັດທະນາບົດບັນທຶກຊ່ວຍຈຳທີ່ກ່ຽວຂ້ອງເຖິງຂໍ້ຕົກລົງສັນຕິພາບ ແລະ ຄຳສັ່ງຢຸດຍິງ.