ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານ Sébastien Lecornu, ລັດຖະມົນຕີກະຊວງກອງທັບ ສ. ຝລັ່ງ (ພາບ: VOV)

ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ຕີລາຄາສູງບັນດາບາດກ້າວພັດທະນາໃໝ່ ທີ່ນັບມື້ນັບດີງາມໃນການພົວພັນລະຫວ່າງ ຫວຽດນາມ ແລະ ສ.ຝລັ່ງ. ເມື່ອຢັ້ງຢືນກ່ຽວກັບກຳລັງບົ່ມຊ້ອນໃນການຮ່ວມມືດ້ານປ້ອງກັນຊາດລະຫວ່າງ 2 ກະຊວງແມ່ນຍັງຫຼາຍຢູ່ນັ້ນ, ທ່ານພົນເອກ ຟານວັນຢາງ ສະເໜີວ່າ ໃນໄລຍະຈະມາເຖິງ, ບົນພື້ນຖານອະນຸສັນຍາທີ່ໄດ້ລົງນາມໃນຕອນເຊົ້າ, ສອງຝ່າຍສືບຕໍ່ປະຕິບັດບັນດາກຳນົດທິດທາງການຮ່ວມມືບົນພື້ນຖານຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ ແລະ ໂຄງການຮ່ວມມືປະຈຳປີໃຫ້ເປັນຢ່າງດີ.

ສ່ວນທ່ານລັດຖະມົນຕີກອງທັບ ຝລັ່ງ Sébastien Lecornu ຖືວ່າ ການພົບປະລະຫວ່າງລັດຖະມົນຕີສອງປະເທດ ແມ່ນຂີດໝາຍສຳຄັນທີ່ສະແດງໃຫ້ເຫັນການພັດທະນາຢ່າງດີງາມໃນການພົວພັນລະຫວ່າງສອງປະເທດ. ພ້ອມທັງເນັ້ນໜັກວ່າ ຈະເປັນພື້ນຖານແກ່ການຮ່ວມມືໃນອະນາຄົດ, ຫວຽດນາມ ແລະ ຝລັ່ງ ແບ່ງປັນຄວາມປາດຖະໜາສັນຕິພາບ, ເຄົາລົບກົດໝາຍສາກົນ ແລະ ເຄົາລົບເຊິ່ງກັນ ແລະ ກັນ.