ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Gen Nakatani ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ຕຸງຈູຍ (ພາບ: Kyodo/TTXVN)

ວັນທີ 21 ພະຈິກ, ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Gen Nakatani ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ຕຸງຈູຍ ໄດ້ເຈລະຈາຢູ່ນອກກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ ແລະ ບັນດາຄູ່ຮ່ວມມືຢູ່ ນະຄອນຫຼວງ ວຽງຈັນ, ປະເທດລາວ, ເພື່ອແນໃສ່ຊອກຫາວິທີການຮັກສາການພົວພັນເປັນປົກກະຕິ ໃນສະພາບການຄວາມເຄັ່ງຕຶງທາງທະເລ ແລະ ເຂດນ່ານຟ້າລະຫວ່າງສອງປະເທດເພີ່ມຂຶ້ນຢ່າງແຮງ. ນີ້ແມ່ນການເຈລະຈາຂັ້ນລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ - ຈີນຄັ້ງທຳອິດ ນັບແຕ່ເວລາທ່ານ Nakatani ຮັບດຳລົງຕຳແໜ່ງລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນໃນເດືອນຕຸລາຜ່ານມາ. ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ນຳໃຊ້ ໂທລະສັບສາຍດ່ວນດ້ານປ້ອງກັນຊາດສອງຝ່າຍເມື່ອຈຳເປັນ. ໂທລະສັບສາຍດ່ວນໄດ້ຮັບການນຳໃຊ້ເຄື່ອນໄຫວນັບແຕ່ລະດູບານໃໝ່ປີ 2023 ເພື່ອແນໃສ່ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ແລະ ຫຼີກລ້ຽງບັນຫາເກີດຂຶ້ນທາງທະເລ ແລະ ທາງອາກາດ.