ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ເດີນທາງມາຮອດຖານທີ່ໝັ້ນກອງທັບອາກາດ Subang, ໃກ້ ກົວລາ ລຳເປີ (ພາບ: Mandel Ngan/Pool via REUTERS) |
ວັນທີ 10 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ໄດ້ເດີນທາງໄປຍັງ ກົວລາ ລຳເປີ, ມາເລເຊຍ ເພື່ອພົບປະກັບລັດຖະມົນຕີການຕ່າງປະເທດ ບັນດາປະເທດ ອາຊຽນ ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ບັນດາປະເທດ ອາຊຽນ (AMM) ຄັ້ງທີ 58 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງພວມດຳເນີນຢູ່ປະເທດນີ້.
ນີ້ແມ່ນການປະຕິບັດງານ ອາຊີ ຄັ້ງທຳອິດຂອງທ່ານ Marco Rubio ນັບແຕ່ເມື່ອຮັບດຳລົງຕຳແໜ່ງ. ເຖິງຢ່າງໃດກໍຕາມ, ການປະຕິບັດງານຖືກປົກຄຸມໄປດ້ວຍນະໂຍບາຍພາສີອາກອນທົ່ວໂລກຂອງທ່ານປະທານາທິບໍດີ ອາເມລິກາ Donald Trump.
ຕາມແຫຼ່ງຂ່າວການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ທ່ານ Marco Rubio ຈະຊອກຫາວິທີແກ້ໄຂບັນດາຄວາມວິຕົກກັງວົນຂອງບັນດາຄູ່ຮ່ວມມື ແລະ ພັນທະມິດໃນບັນດາພາສີອາກອນ, ພ້ອມທັງປຶກສາຫາລືກັບບັບດາຄູ່ຮ່ວມມືກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງທະເລຕາເວັນອອກ, ການຕ້ານອາດຊະຍາກຳຂ້າມຊາດ, ຢາເສບຕິດ, ບັນດາສູນຫຼອກລວງ ແລະ ການຄ້າມະນຸດ.

