ໂຄສົກວັງ Kremlin, Dmitry Peskov(ພາບ: IRNA/TTXVN)
|
ວັນທີ 08 ທັນວາ, ລັດຖະບານ ລັດເຊຍ ຢືນຢັນວ່າ, ບັນດາເງື່ອນໄຂເພື່ອດຳເນີນການເຈລະຈາກັບ ຢູແກຼນ ບໍ່ມີການປ່ຽນແປງ, ພ້ອມທັງຖືວ່າ, ກີແອັບ ແມ່ນຝ່າຍປະຕິເສດດຳເນີນການເຈລະຈາ.
ຖະແຫຼງການຂອງ ລັດເຊຍ ໄດ້ຍົກອອກມາໃນສະພາບການທີ່ ກ່ອນໜ້ານັ້ນໃນວັນດຽວກັນ, ທ່ານປະທານາທິບໍດີຜູ້ຮັບໄຊຊະນະໃນການເລືອກຕັ້ງຂອງ ອາເມລິກາ Donald Trump ໃຫ້ຮູ້ວ່າ, ການນຳ ຢູແກຼນ Volodymyr Zelensky ປາດຖະໜາຢາກມີຂໍ້ຕົກລົງຢຸດຕິການປະທະກັນກັບ ລັດເຊຍ. ກ່ອນໜ້ານັ້ນ, ທ່ານ Trump ມີການພົບປະ 3 ຝ່າຍກັບທ່ານປະທານາທິບໍດີ ຝລັ່ງ ແລະ ທ່ານປະທານາທິບໍດີ ຢູແກຼນ ຢູ່ ປາຣີ ໃນວັນທີ 07 ທັນວາ.
ພາຍຫຼັງກອງປະຊຸມດັ່ງກ່າວເປັນເວລາ 2-3 ຊົ່ວໂມງ, ອຳນາດການປົກຄອງທີ່ໃກ້ຈະໝົດອາຍຸການຂອງທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ປະກາດບ້ວງເງິນຊ່ວຍເຫຼືອດ້ານການທະຫານໃໝ່ທີ່ມີມູນຄ່າ 988 ລ້ານ USD ໃຫ້ແກ່ ຢູແກຼນ.

