ລູກສອນໄຟ Rs-26 ຂອງລັດເຊຍ. (ພາບ: ພະແນກການຂ່າວ ກະຊວງປ້ອງກັນປະເທດລັດເຊຍ) |
ວັນທີ 22 ພະຈິກ, ທ່ານ Vyacheslav Volodin ປະທານສະພາຕ່ຳລັດເຊຍ ໄດ້ເຕືອນວ່າ ລັດເຊຍ ຈະໂຕ້ຕອບຕໍ່ການບຸກໂຈມຕີດ້ວຍລູກສອນໄຟໄລຍະໄກທີ່ເລັ່ງໃສ່ເຂດດິນແດນຂອງປະເທດນີ້. ຕາມທ່ານປະທານສະພາຕ່ຳລັດເຊຍແລ້ວ, ຖ້າຫາກບໍ່ມີການເຂົ້າຮ່ວມຂອງບັນດາຜູ້ຊ່ຽວຊານການທະຫານບັນດາປະເທດ ຝ່າຍຕາເວັນຕົກ ແລະ ຂໍ້ມູນຈາກດາວທຽມຂອງ ບັນດາປະເທດ Nato, ຢູແກຼນ ບໍ່ອາດນຳໃຊ້ບັນດາປະເພດອາວຸດໄລຍະໄກ ໂດຍ ອາເມລິກາ ແລະ ອັງກິດ ຜະລິດ ເພື່ອບຸກໂຈມຕີເຂົ້າໃສ່ແຂວງ Bryansk ໃນວັນທີ 19 ພະຈິກ ແລະ ແຂວງ Kursk ໃນວັນທີ 21 ພະຈິກ. ທ່ານປະທານສະພາຕ່ຳລັດເຊຍ ຢັ້ງຢືນວ່າ ປະເທດນີ້ ຈະໂຕ້ຕອບຢ່າງແຮງກວ່າສຳລັບບັນດາການບຸກໂຈມຕີດັ່ງກ່າວ ແລະ ກ່າວຫາບັນດາປະເທດຝ່າຍຕາເວັນຕົກ ພວມຕັ້ງໃຈເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ ແລະ ພາໄປເຖິງການປະທະກັນເພີ່ມຂຶ້ນ.

