ວັນທີ 05 ທັນວາ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ສົ່ງຈົດໝາຍທາງການເຖິງ ໂປໂລຍ, ແຈ້ງປິດປະຕູສະຖານກົງສູນໃຫຍ່ ໂປໂລຍ ປະຈຳ St. Petersburg ແຕ່ວັນທີ 10 ມັງກອນ 2025. ຕາມກະຊວງການຕ່າງປະເທດ ລັດເຊຍ ແລ້ວ, ມີພາລະກອນການທູດ 3 ຄົນຂອງສະຖານກົງສູນໃຫຍ່ ໂປໂລຍ ປະຈຳ St. Petersburg ກໍ່ຖືກປະກາດວ່າ “ບໍ່ຕ້ອນຮັບ” ແລະ ຕ້ອງອອກຈາກຜືນແຜ່ນດິນຂອງ ລັດເຊຍ ກ່ອນວັນທີ່ໄດ້ກຳນົດ.

ກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ, ຄຳຕັດສິນດັ່ງກ່າວແມ່ນເພື່ອແນໃສ່ໂຕ້ຕອບເລື່ອງປະເທດນີ້ປິດປະຕູສະຖານກົງສູນ ລັດເຊຍ ປະຈຳ Poznan, ໂປໂລຍ, ໃນວັນທີ 30 ພະຈິກ ຜ່ານມາ. ກະຊວງການຕ່າງປະເທດ ລັດເຊຍ ຢືນຢັນວ່າ, ລັດເຊຍ ໄດ້ ແລະ ຈະສືບຕໍ່ປະຕິບັດບັນດາມາດຕະການໂຕ້ຕອບແຂງກະດ້າງຕໍ່ບໍ່ວ່າບາດກ້າວເດີນໃດທີ່ “ບໍ່ເປັນມິດ” ສຳລັບ ລັດເຊຍ.