ໃນການເຈລະຈາກັບຄູ່ຕຳແໜ່ງ ສປປ. ເກົາຫຼີ No Kwang Chol ຢູ່ນະຄອນຫຼວງ ພຽງຢາງ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Andrey Belousov ເນັ້ນໜັກວ່າ ການພົວພັນດ້ານປ້ອງກັນຊາດລະຫວ່າງ ລັດເຊຍ ແລະ ສປປ.ເກົາຫຼີ ພວມພັດທະນາຢ່າງຕັ້ງໜ້າ, ເປີດກວ້າງໃນທຸກຂົງເຂດ, ໃນນັ້ນມີການຮ່ວມມືດ້ານການທະຫານ. ຕາມທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ ແລ້ວ, ລັດເຊຍ ມີຄວາມປາດຖະໜາຢາກຮ່ວມມືກັບ ພຽງຢາງ ຢ່າງມີປະສິດທິຜົນ ແລະ ແໜ້ນແຟ້ນ, ພ້ອມທັງເຊື່ອໝັ້ນວ່າ ບັນດາການປຶກສາຫາລືຈະປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດ ລັດເຊຍ - ສປປ.ເກົາຫຼີ ໃນຂະແໜງອຸດສາຫະກຳປ້ອງກັນຊາດ.
ສ່ວນທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສປປ.ເກົາຫຼີ No Kwang Chol ຢັ້ງຢືນວ່າ ນ້ຳໃຈມິດຕະພາບ ແລະ ການຮ່ວມມືລະຫວ່າງກອງທັບປະເທດນີ້ ແລະ ລັດເຊຍ ແມ່ນບຸລິມະສິດແຖວໜ້າ; ພ້ອມທັງໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງການແລກປ່ຽນລະຫວ່າງກະຊວງປ້ອງກັນປະເທດສອງປະເທດ.
ດັ້ງເກື່ອງ, ນັກຂ່າວ VOV ປະຈຳ ສະຫະພັນ ລັດເຊຍ
