ວັນທີ 23 ພຶດສະພາ, ຢູ່ ກົວລາລຳເປີ, ປະເທດ ມາເລເຊຍ, າເຈົ້າໜ້າທີ່ຂັ້ນສູງມາຈາກບັນດາປະເທດສະມາຊິກ ອາຊຽນ ໄດ້ເລີ່ມດຳເນີນກອງປະຊຸມທາງການຄັ້ງທຳອິດ ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ອາຊຽນ (SOM) ຢູ່ສູນກອງປະຊຸມ ກົວລາລຳເປີ (KLCC).

ໃນຂອບເຂດກອງປະຊຸມສຸດຍອດປີນີ້ ຈະຈັດກອງປະຊຸມສຸດຍອດ ອາຊຽນ - ສະພາຮ່ວມມືເຂດອ່າວ (GCC) ຄັ້ງທີ 2 ແລະ ກອງປະຊຸມສຸດຍອດ ອາຊຽນ - GCC ແລະ ຈີນ ເປັນຄັ້ງທຳອິດ, ຜ່ານນັ້ນ, ສ່ອງແສງໃຫ້ເຫັນການພົວພັນຄູ່ຮ່ວມມືທີ່ນັບມື້ນັບພັດທະນາຂອງ ອາຊຽນ ກັບບັນດາພາກພື້ນສຳຄັນອື່ນໆ.

ດ້ວຍຫົວຂໍ້ “ກວມລວມ ແລະ ຍືນຍົງ”, ນີ້ຈະເປັນຄັ້ງທີ 5 ມາເລເຊຍ ຮັບດຳລົງຕຳແໜ່ງປະທານ ອາຊຽນ, ພາຍຫຼາຍບັນດາອາຍຸການກ່ອນຄືໃນປີ 1977, 1997, 2005 ແລະ 2015.