ຄະນະຈັດຕັ້ງມອບລາງວັນທີໜຶ່ງ (ພາບ: ກົມວິຈິດສິນ)

ຕອນບ່າຍວັນທີ 6 ທັນວາ, ຢູ່ນະຄອນຫ໋າຍຝ່ອງ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນຫ໋າຍຝ່ອງ ຈັດຕັ້ງການແຂ່ງຂັນ ແລະ ງານວາງສະແດງພາບ GRAPHIC ຂອງບັນດາປະເທດ ອາຊຽນ ຄັ້ງທີ 4 ຫວຽດນາມ 2024. ການແຂ່ງຂັນ ແລະ ງານວາງສະແດງແມ່ນເຫດການວິຈິດສິນທີ່ມີຂອບຂະໜາດລະດັບສາກົນໄດ້ຮັບການຈັດຕັ້ງເປັນປະຈຳ 4 ປີ/ຄັ້ງ. ຄັ້ງນີ້ ດ້ວຍຜົນງານ 530 ຢ່າງຂອງຜູ້ແຕ້ມ 283 ຄົນທີ່ມາຈາກ 10 ປະເທດສະມາຊິກ ອາຊຽນ ຈົດທະບຽນເຂົ້າຮ່ວມ. ສະພາສິລະປະລວມມີບັນດານັກຊ່ຽວຊານກ່ຽວກັບສິລະປະ ຂອງ ຫວຽດນາມ, ໄທ, ຍີ່ປຸ່ນ ໄດ້ຄັດເລືອກຜົນງານ 151 ຢ່າງຂອງຜູ້ແຕ້ມ 131 ຄົນ ເພື່ອນຳເອົາວາງສະແດງ, ແນະນຳຢູ່ງານວາງສະແດງ. ໃນຈຳນວນບັນດາຜົນງານທີ່ໄດ້ຮັບການຄັດເລືອກນັ້ນ, ມີ 16 ຜົນງານດີເດັ່ນໄດ້ຮັບການມອບລາງວັນ, ລວມມີ: ລາງວັນໜຶ່ງ 1 ລາງວັນ(ຜົນງານຂອງຈິດຕະກອນຟີລິບປິນ), ລາງວັນສອງ 3 ລາງວັນ(ຜົນງານຂອງ ບັນດາຈິດຕະກອນໄທ ແລະ ຫວຽດນາມ), ລາງວັນສາມ 5 ລາງວັນ (ຜົນງານຂອງ ບັນດາຈິດຕະກອນໄທ) ແລະ ລາງວັນຊົມເຊີຍ 7 ລາງວັນ.